spot_img
Homeຂ່າວພາຍ​ໃນນາຍົກ ທອງລຸນ ສັ່ງຫ້າມເລື່ອງຂີ້ເຫຍື້ອ ອີເລັກໂຕຣນິກ

ນາຍົກ ທອງລຸນ ສັ່ງຫ້າມເລື່ອງຂີ້ເຫຍື້ອ ອີເລັກໂຕຣນິກ

Published on

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປລາວ ສັ່ງໂຈະໂຮງງານ ຂີ້ເຫຍື້ອ ເອເລັກໂຕຣນິກ ທີ່ ເປັນເຈົ້າຂອງ ໂດຍ ບໍຣິສັດ Hokeng Metal Processing ຂອງຈີນ ຢູ່ນິຄົມ ອຸດສະຫະກຳ ເຂດເສດຖະກິດພິເສດ ໂນນທອງ ເມືອງ ໄຊທານີ ນະຄອນຫຼວງ ວຽງຈັນ ຍ້ອນສົ່ງ ຜົນກະທົບຕໍ່ສິ່ງແວດລ້ອມ. ອີງຕາມ ຂໍ້ມູນ ຈາກຫ້ອງວ່າການ ສຳນັກງານ ນາຍົກລັດຖະມົນຕີ

ຫົວໜ້າຫ້ອງວ່າການ ສຳນັກງານ ນາຍົກລັດຖະມົນຕີ, ທ່ານ ເພັດ ພົມພິພັກ ໄດ້ອອກແຈ້ງການ ໃນວັນທີ 14 ມິຖຸນາ ໄປຍັງບັນດາ ກະຊວງ ທີ່ກ່ຽວຂ້ອງ ເພື່ອໃຫ້ຮັບຮູ້ກ່ຽວກັບການສັ່ງໂຈະໂຮງງານດັ່ງກ່າວໃຫ້ຢຸດເຊົາ ການຜະລິດເປັນການຊົ່ວຄາວ.

ລັດຖະບານລາວ ໄດ້ມອບໝາຍ ກະຊວງ ອຸດສາຫະກຳ ແລະ ການຄ້າ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບ ກັບ ພາກສ່ວນທີ່ກ່ຽວຂ້ອງ ແລະ ຄະນະສະເພາະກິດລົງໄປກວດກາມາດຕະຖານ ແລະ ສານພິດ ທີ່ ເປັນອັນຕະລາຍໃນໂຮງງານນັ້ນ ແລະ ໃຫ້ໂຮງງານ ດຳເນີນການປັບປຸງໃຫ້ໄດ້ມາດຕະຖານ ແລະ ປະເມີນຜົນກະທົບຕໍ່ສິງແວດລ້ອມ ແລະ ສັງຄົມ.

ແຈ້ງງການຍັງໄດ້ກຳນົດ ອີກວ່າ: ຫ້າມບໍ່ໃຫ້ນຳເຂົ້າໝໍ້ໄຟເກົ່າ ແລະ ຊິ້ນສ່ວນເສດເຫລືອຂອງເຄື່ອງເອເລັກໂທຼນິກ ເພາະວ່າມັນສົ່ງຜົນກະທົບຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ, ໃຫ້ເກັບມ້ຽນສິ່ງເສດເຫລືອເອເລັກໂທຼນິກທີ່ບັນຈຸຢູ່ໃນ 48 ຕູ້ ຄອນເທັນເນີໃນບ່ອນທີ່ເໝາະສົມ ແລະ ບໍ່ໃຫ້ນຳມາໃຊ້, ຜລິດ ຫລື ປຸງແຕ່ງອັນໃດອີກ.

ນອກຈາກນີ້ຍັງມີການກວດສອບໂຮງງານທີ່ດໍາເນີນທຸລະກິດແບບນີ້ໃນທົ່ວປະເທດ, ຢູ່ເຂດ ເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະຢູ່ແຂວງອື່ນໆອີກ, ລັດຖະບານະບໍ່ອະນຸຍາດໃຫ້ສ້າງຕັ້ງໂຮງງານປະເພດດັ່ງກ່າວ ເພີ່ມອີກ ໃນລາວ.

 

ທີ່ມາ: ເຟສບຸກ Support Prime Minister Thongloun Sisoulith

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...