spot_img
Homeຂ່າວຕ່າງປະເທດນາຍົກ​ຈີນ​ເຜີຍ​ຈະ​ບໍ່​ຍອມ​ໃຫ້​ຕະຫຼາດ​ເງິນ​ຕົກ​ຕໍ່າ

ນາຍົກ​ຈີນ​ເຜີຍ​ຈະ​ບໍ່​ຍອມ​ໃຫ້​ຕະຫຼາດ​ເງິນ​ຕົກ​ຕໍ່າ

Published on

ນາຍົກ​ລັດຖະມົນຕີ​ຫລີ່ ​​ເຄີ​ສຽງ​ຂອງ​ຈີນ​ກ່າວ​ມື້​ນີ້​ວ່າ ການ​ທີ່​ອັງກິດ​ຈັດການ​ລົງ​ປະຊາມະຕິ​ອອກ​ຈາກ​ການ​ເປັນ​ສະມາຊິກ​ສະຫະພາບ​ເອີ​ຣົບ (ອີ​ຢູ) ສົ່ງ​ຜົນ​ໃຫ້​ຕະຫຼາດ​ໂລກ​ປັ່ນ​ປ່ວນ ຖື​ວ່າ​ຈຳ​ເປັນ​ຕ້ອງ​ຮ່ວມ​ມື​ກັນ​ຮຽກ​ຄວາມ​ເຊື່ອ​ໝັ້ນ​ກັບຄືນ​ມາ ປ້ອງ​ກັນ​ການ​ເຜີຍ​​ແຜ່​ຂ່າວ​ລື່ທີ່​ສ້າງ​ຄວາ​ມຕື່ນ​ຕົກ​ໃຈ ​ແລະ ຮັກສາ​ສະຖຽນ​ລະ​ພາບ​ໃນ​ການ​ເງິນ.

ທ່ານ ​ຫລີ່ ກ່າວ​ໃນ​ທີ່​ປະຊຸມ​​ເວິລ​ອີ​ໂຄ​ໂນ​ມິ​ກຟໍຣັມທີ່​ເມືອງ​ທຽນຈິ​ນວ່າ ​ເປັນ​ເລື່ອງທີ່​ຈະ​ຫຼີກ​ລ່ຽງຄວາມ​ບໍ່​ປົກກະຕິ​ໃນ​ໄລ​ຍະ​ສັ້ນ​ທີ່​ຕະຫຼາດ​​ເງິນ​ຈີນ​ໄປ​ໄດ້ ​ແຕ່​ຈີນ​ຈະ​ບໍ່​ປ່ອຍ​ໃຫ້​ຕົກລົງ​ຢ່າ​ງໜັກ ​ແລະ ​ເກີດການ​ປ່ຽນ​ແປງ​ຢ່າງ​ກະທັນຫັນ​ໃນ​ຕະຫຼາດ​ເງິນ ນາຍົກ​ລັດ​​ຖະມົນຕີ​ຫລີ່​ກ່າວ​ວ່າ ຈີນ​ຈະ​ປ້ອງ​ກັນ​ຄວາ​ມສ່ຽງ​ຕໍ່​ການ​ເງິນ​ໃນ​ລະບົບ ​ແລະ ພູມິ​ພາກ ​ໂດຍ​ຫຼັງ​ວ່າ​ຈະ​ໄດ້​ຮ່ວມ​ມື​ກັນ​ເພື່ອ​ສ້າງ​ຄວາມ​ໝັ້ນຄົງ​ໃນ​ອີ​ຢູ ​ແລະ​ສະຫະຣາຊະ​ອານາຈັກ​ຕໍ່​ໄປ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...