spot_img
Homeຂ່າວພາຍ​ໃນນາຍົກຮຽກຮ້ອງແຮງງານລາວເດີນທາງກັບຄືນປະເທດແບບຖືກຕ້ອງເພື່ອຫຼີກໂຄວິດລະບາດໃນຊຸມຊົນ

ນາຍົກຮຽກຮ້ອງແຮງງານລາວເດີນທາງກັບຄືນປະເທດແບບຖືກຕ້ອງເພື່ອຫຼີກໂຄວິດລະບາດໃນຊຸມຊົນ

Published on

ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຮຽກຮ້ອງບັນດາແຮງງານລາວຜູ້ທີ່ຕ້ອງການກັບຄືນປະເທດ ແມ່ນໃຫ້ເດີນທາງກັບມາແບບຖືກຕ້ອງຕາມຂັ້ນຕອນຂອງລະບຽບການ, ຫ້າມບໍ່ໃຫ້ມີການລັກລອບເຂົ້າ-ອອກ ຕາມລຳພັງ ທັງນີ້ກໍເພື່ອເປັນການປ້ອງກັນບໍ່ໃຫ້ເຊື້ອພະຍາດໂຄວິດລະບາດໃນຊຸມຊົນ.

ທ່ານນາຍົກກ່າວຕື່ມວ່າ: ລັດຖະບານຖືວ່າ ການເດີນທາງເຂົ້າມາປະເທດຢ່າງຖືກຕ້ອງນັ້ນ ເປັນການກະທຳທີ່ຮັກຊາດ ຮັກບ້ານເກີດເມືອງນອນຂອງຕົນຢ່າງແທ້ຈິງ. ກົງກັນຂ້າມ, ບຸກຄົນໃດຫາກລັກລອບເຂົ້າມາ ຈະແມ່ນດ້ວຍເສັ້ນທາງໃດກໍຕາມ ຖືວ່າເປັນຜູ້ມີຄວາມຜິດຕາມກົດໝາຍ ແລະ ເປັນຜູ້ນຳເອົາຜົນເສຍຫາຍມາໃຫ້ປະເທດຊາດ ເຊິ່ງຈະຖືກດຳເນີນຄະດີຕາມກົດໝາຍຂອງ ສປປ ລາວ.

“ແຮງງານລາວທີ່ລັກລອບອອກນອກປະເທດຜິດກົດໝາຍກໍຄວນເດີນທາງກັບມາຢ່າງຖືກຕ້ອງ ໂດຍໃຫ້ພົວພັນກັບເຈົ້າໜ້າທີ່ສະຖານທູດ, ກົງສູນລາວ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ແລ້ວສາມາດເດີນທາງຜ່ານດ່ານຕ່າງໆຢ່າງເປັນທາງການໄດ້.” ທ່ານນາຍົກກ່າວໃນໂອກາດຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ, ໃນວັນທີ 20 ກໍລະກົດ 2021 ທີ່ສໍານັກງານນາຍົກລັດຖະມົນຕີ.

ຂໍ້ມູນຈາກ: Lao National Radio

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...