spot_img
Homeຂ່າວຕ່າງປະເທດນາຍົກອົດສະຕາລີ ເຊີນບັນດາການນຳອາຊຽນ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ຢູ່ແຄັນເບຣາ!

ນາຍົກອົດສະຕາລີ ເຊີນບັນດາການນຳອາຊຽນ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ຢູ່ແຄັນເບຣາ!

Published on

ຂປລ. ຕາມຂ່າວຕ່າງປະເທດ, ທ່ານ ມັລຄອມ ເທີນໂບລ, ນາຍົກລັດຖະມົນຕີອົດ​ສະຕາລີ ໄດ້​ເຊື້ອ​ເຊີນ​ບັນດາການ​ນຳ​ ປະ​ເທດ ສະມາຊິກອາ​ຊຽນ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດພິ​ເສດ ອາ​ຊຽນ – ​ອົດ​ສະ​ຕາ​ລີ, ຈະ​​ຈັດ​ຂຶ້ນຢູ່ນະຄອນຫລວງແຄັນເບຣາ ໃນປີ 2018 ​ເພື່ອແນໃສ່ຊຸກຍູ້​ການ​ພົວພັນ​ຮ່ວມມືດ້ານການ​ຄ້າ ​ລະຫວ່າງ ອົ​ດສະ​ຕາ​ລີ ​ແລະ ອາ​ຊຽນ. ນອກນີ້ ກອງປະຊຸມດັ່ງກ່າວ ຍັງ ຈະ​ປັບປຸງການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ ກໍຄື​ເຮັດ​ການ​ພົວພັນ​ຄູ່​ຮ່ວມ​ມືດ້ານ​ເສດຖະກິດ ລະຫວ່າງ 2 ຝ່າຍ ຢ່າງ​ແໜ້ນ​ແຟ້ນຍິ່ງຂຶ້ນ ໂດຍສະເພາະ​ບັນດາ​ວິ​ສາ​ຫະກິດຂອງອາ​ຊຽນ ​ແລະ ອົດ​ສະ​ຕາ​ລີ ລວມທັງ​ພາກເອກະ​ຊົນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...