spot_img
Homeຂ່າວທ້ອງຖິ່ນນາຍົກສັ່ງຖ້າພົບເຫັນຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ ຫາກຍັງຝ່າຝືນ ໃຫ້ລົບລ້າງໃບອະນຸຍາດ

ນາຍົກສັ່ງຖ້າພົບເຫັນຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ ຫາກຍັງຝ່າຝືນ ໃຫ້ລົບລ້າງໃບອະນຸຍາດ

Published on

ໜັງສືພິມວຽງຈັນທາມ ລາຍງານໃຫ້ຮູ້ວ່າ ທີ່ກອງ​ປະຊຸມ​ປຶກ ສາ​ຫາລື​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂການ​ແຜ່​ລະບາດ ຂອງ​ພະຍາດ​ໂຄ​ວິດ-19 ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງກວດສອບຮ້ານ​ບັນເທີງ, ຮ້ານ​ຄາ​ລາ​ໂອ​ເກະ, ຮ້ານ​ເຫຼົ້າ​-​ເບຍ ທີ່​ລັດຖະບານ​ສັ່ງ​ປິດ​ຊົ່ວຄາວ​ຫາກ​ມີການລະເມີດ​ໃຫ້​ດຳເນີນ​ການ​ຕັກເຕືອນ, ປັບໃໝ ແຕ່​ຖ້າ​ຫາກ​ຍັງ​ຝ່າຝືນ​ອີກ​ໃຫ້​ລົບ​ລ້າງ​ໃບ​ອະນຸຍາດ ແລະ ໃບ​ທະບຽນ​ດຳເນີນ​ວິ​ສາ​ຫະ​ກິດ.

ນອກນັ້ນ ທ່ານທອງລຸນ ຍັງໄດ້ເນັ້ນ ໃຫ້ຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ​ພາກສ່ວນ​ກ່ຽວຂ້ອງ​ໃຫ້ເຂັ້ມ​ງວດ​ໃນ​ການ​ຄຸ້ມ​ຄອງ​ການ​ເຂົ້າ​-​ອອກ​ເມືອງຂອງຄົນລາວ ແລະ ຕ່າງປະເທດ, ກໍລະນີ​ພົບ​ເຫັນ​ຜູ້​ລັກລອບ​ເຂົ້າ​ເມືອງ​ແບບ​ບໍ່​ຖືກຕ້ອງ ແມ່ນ​ໃຫ້​ນຳ​ໂຕ​ໄປ​ກວດ​ຫາ​ເຊື້ອ ແລ້ວ​ກັກ​ບໍລິເວນ​ຢູ່​ໂຮງແຮມ ຫຼື ສູນ ທີ່​ລັດ​ຈັດ​ສັນ​ໄວ້, ທັງ​ໃຫ້​ດໍາ​ເນີນ​ມາດ​ຕະການ​ຕາມ​ກົດໝາຍ ແລະ ລະບຽບ​ການ​ທີ່​ກ່ຽວຂ້ອງ​ທີ່​ໄດ້​ກຳນົດ​ໄວ້, ໃຫ້ເອົາໃຈໃສ່​ຄຸ້ມ​ຄອງ​ນັກ​ສຶກສາ​ລາວ​ຢູ່​ຕ່າງປະເທດ​ໃຫ້​ດີ, ຫາກ​ມີ​ຈຸດປະສົງ ຈະ​ກັບເຂົ້າ​ມາ ສປປ ລາວ ກໍ​ຕ້ອງ​ປະຕິບັດ​ຕາມ​ລະບຽບ​ການ​ຢ່າງ​ເຂັ້ມ​ງວດ, ກໍລະນີ​ມີ​ການ​ລະເມີດ ກໍ​ຕ້ອງ​ໄດ້​ປະຕິບັດ​ມາດ​ຕະການ​ທີ່​ເໝາະ​ສົມ ແລະ ອື່ນໆ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...