spot_img
Homeຂ່າວທ້ອງຖິ່ນນາຍົກລາວລົງພົບປະຢ້ຽມຢາມປະຊາຊົນແຂວງ ວຽງຈັນ

ນາຍົກລາວລົງພົບປະຢ້ຽມຢາມປະຊາຊົນແຂວງ ວຽງຈັນ

Published on

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວໄດ້ພົບປະ ແລະ ໃຫ້ທິດຊີ້ນໍາຕໍ່ອໍານາດການປົກຄອງທ້ອງຖິ່ນ ພ້ອມປະຊາຊົນພາຍໃນແຂວງວຽງຈັນໃຫ້ຖືເອົາເອກະລັກແບບພູມປັນດັ້ງເດີມຫັນມາປັບປຸງເປັນສິນຄ້າຕາມຍຸກຕາມສະໄໝສາມາດສ້າງຮັບທີ່ໝັ້ນຄົງ ພ້ອມນີ້ພາກອໍານາດການປົກຄອງແຂວງກໍຕ້ອງໃຫ້ຄວາມສໍາຄັນໃນການສົ່ງເສີມ ແລະ ຊຸກຍູ້ເຂົາເຈົ້າຢ່າງມີຫົວຄິດປະດິດສ້າງຢ່າງກວ້າງຂວາງ.

ໃນວັນທີ 20 ມິຖຸນາ 2017 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມສູນຂໍ້ມູນຂ່າວສານນໍາໃຊ້ພະລັງງານ, ສູນສົ່ງເສີມ ແລະ ຝຶກອົບຮົມລາວ-ເກົາຫລີ ແລະ ພື້ນ ຖານການຜະລິດຂອງປະຊາຊົນໂດຍສະເພາະທຸລະກິດຈັກສານທີ່ເປັນພູມປັນຍາທອ້ງຖິ່ນຢູ່ແຂວງວຽງຈັນ ເຊິ່ງ ທ່ານ ນາຍົກກໍໄດ້ພົບປະໂອ້ລົມພະນັກງານຫລັກແຫລ່ງ ແລະ ຜູ້ປະກອບການພາຍໃນແຂວງດັ່ງກ່າວໂດຍເນັ້ນໃຫ້ທຸກໆພາກສ່ວນເພີ່ມທະວີຄວາມເອົາໃຈໃສ່ປະຕິບັດໜ້າທີ່ຢ່າງຕັ້ງໜ້າດ້ວຍຄວາມຮັບຜິດຊອບສູງ, ຮັບປະກັນຄວາມໂປ່ງໃສຍຸຕິທໍາ ແລະ ສຸມໃສ່ການພັດທະນາຢ່າງມີຈຸດສຸມຕິດພັນກັບການອະນຸລັກຮັກສາສິ່ງແວດລ້ອມແບບຍືນຍົງ ນອກຈາກນັ້ນກໍຕ້ອງເພີ່ມທະວີຄວາມສາມັກຄີເປັນປຶກແຜນ, ມີສະຕິລະວັງຕົວ ແລະ ຕີຖອຍທຸກປະກົດ ການຫຍໍ້ທໍ້ໃນສັງຄົມ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...