spot_img
Homeຂ່າວຕ່າງປະເທດນາຍົກລັດຖະມົນຕີແຫ່ງ ສປປ ລາວ ສົ່ງສານຊົມເຊີຍເຖິງນາຍົກລັດຖະມົນຕີແຫ່ງຍີ່ປຸ່ນ (ຜູ້ໃໝ່)

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ສົ່ງສານຊົມເຊີຍເຖິງນາຍົກລັດຖະມົນຕີແຫ່ງຍີ່ປຸ່ນ (ຜູ້ໃໝ່)

Published on

ເວັບໄຊຂ່າວ sanook ລາຍງານວ່າ ການປະກາດເລືອກທ່ານ ຊູງະ ໂຢຊິຮິເດະ ໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່ ເຊິ່ງຖືເປັນຄົນທີ 99 ຂອງປະເທດຍີ່ປຸ່ນ ມີຂຶ້ນຫຼັງຈາກຄະນະລັດຖະມົນຕີຂອງທ່ານ ຊິນໂຊ ອາເບະ ປະກາດລາອອກທັງຄະນະໃນຕອນເຊົ້າວັນທີ 16 ກັນຍາ ເຊິ່ງຖືເປັນການສິ້ນສຸດການບໍລິຫານປະເທດທີ່ຍາວນານທີ່ສຸດໃນປະ ຫວັດສາດເກືອບ 8 ປີຂອງທ່ານ ອາເບະ.

ທ່ານ ຊຸງະ ໂຢຊິຮິເດະ ໄດ້ຂຶ້ນດຳລົງຕຳແໜ່ງນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນຄົນໃໝ່ ໃນວັນທີ 16 ກັນຍາ 2020 ໂດຍທ່ານ ຊຸງະ ໄດ້ຮັບຄະແນນສຽງສຸງເຖິງ 314 ສຽງ ຈາກຈຳນວນສະມາຊິກສະພາ 465 ຄົນ.

ວັນທີ 16 ກັນຍາ 2020, ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ພະນະທ່ານ ຊຸງະ ໂຢຊິຮິເດະ ນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນ ທີ່ ນະຄອນຫຼວງໂຕກຽວ ເຊິ່ງມີເນື້ອໃນດັ່ງນີ້: ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງປະເທດຍີ່ປຸ່ນ; ໃນນາມລັດ ຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະ ເຈົ້າຂໍຖືເປັນກຽດຢ່າງສູງ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...