spot_img
Homeຂ່າວເຫດການນາຍົກລັດຖະມົນຕີ ເນັ້ນໃຫ້ຄະນະນໍາ ເສີມຂະຫຍາຍບົດບາດ ການນຳພາຂອງພັກ

ນາຍົກລັດຖະມົນຕີ ເນັ້ນໃຫ້ຄະນະນໍາ ເສີມຂະຫຍາຍບົດບາດ ການນຳພາຂອງພັກ

Published on

ທີ່ກອງປະຊຸມສະຫລຸບວຽກງານຂະແໜງພາຍໃນ ປະຈຳສົກປີ 2015-2016 ແລະ ວາງທິດທາງແຜການເຄື່ອນໄຫວວຽກງານ ປະຈຳປີ 2017 ລະຫວ່າງວັນທີ 5-7 ທັນວາ 2016 ນີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໂອ້ລົມ ແລະ ເນັ້ນໃຫ້ກະຊວງພາຍໃນ ຕ້ອງໄດ້ເອົາໃຈໃສ່ເສີມຂະຫຍາຍບົດບາດການນຳພາຂອງຄະນະພັກ ເພີ່ມທະວີການຄຸ້ມຄອງຂອງຄະນະນຳແຕ່ລະຂັ້ນ ແລະ ຄວາມເປັນແບບຢ່າງ ໃຫ້ແກ່ພະນັກງານ-ລັດຖະກອນ. ເສີມຂະຫຍາຍຄວາມເປັນເຈົ້າການ ຫັນແນວທາງນະໂຍບາຍຂອງພັກ ເປັນກົດໝາຍ ແລະ ລະບຽບການ ບໍລິຫານຄຸ້ມຄອງລັດໃຫ້ມີປະສິດທິຜົນ ແລະ ສອດຄ່ອງ. ເພີ່ມທະວີຄວາມຮັບຜິດຊອບຢ່າງເປັນເຈົ້າການ ໃນການຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ ອົງການບໍລິຫານລັດ ໃຫ້ຖືກຕ້ອງຕາມທິດກະທັດຮັດ ມີປະສິດທິຜົນ ແລະ ປະສິດທິພາບ.

ພ້ອມດຽວກັນນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ ເພີ່ມທະວີຄວາມຮັບຜິດຊອບຢ່າງເປັນເຈົ້າການ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ໃຫ້ມີຜົນສັກສິດ. ເອົາໃຈໃສ່ປັບປຸງກົດໝາຍວ່າດ້ວຍທະບຽນຄອບຄົວ ໃຫ້ສອດຄ່ອງ ກັບສະພາບຄວາມເປັນຈິງ ຂອງປະເທດເຮົາ ແລະ ເພີ່ມທະວີລົງຊຸກຍູ້ຕິດຕາມວຽກງານຊົນເຜົ່າ-ສາສະໜາ ສະມາຄົມມູນນິທິ ເພາະວຽກເຫຼົ່ານີ້ ເປັນວຽກ ທີ່ມີລັກສະນະຫຼໍ່ແຫຼມ ເຊິ່ງພວກເຮົາໄດ້ມີລະບຽບການທີ່ ເປັນເຄື່ອງມືໃນການຄຸ້ມຄອງວຽກງານດັ່ງກ່າວແລ້ວ. 

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...