spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີລາວ ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 32 ທີ່ສິງກະໂປ

ນາຍົກລັດຖະມົນຕີລາວ ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 32 ທີ່ສິງກະໂປ

Published on

ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ລີ ຊຽນ ລຸງ (Lee Hsien Loong), ນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32, ໃນລະຫວ່າງວັນທີ 27-28 ເມສາ 2018, ທີ່ ປະເທດ ສິງກະໂປ.

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32, ຈະຈັດຂຶ້ນພາຍໃຕ້ການເປັນປະທານຂອງ ສິງກະໂປ ແລະ ຈະດຳເນີນໄປພາຍໃຕ້ຄຳຂວັນ: “ຄວາມເຂັ້ມແຂງ” ແລະ “ນະວັດຕະກຳ”. ໃນກອງປະຊຸມສຸດຍອດອາຊຽນຄັ້ງນີ້, ບັນດາຜູ້ນໍາປະເທດສະມາຊິກອາຊຽນ ຈະໄດ້ຮ່ວມກັນຕີລາຄາ, ທົບທວນຄືນຄວາມຄືບໜ້າ ແລະ ໝາກຜົນຂອງການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມທັງປຶກສາຫາລື ທິດທາງ ແລະ ແຜນການຮ່ວມມືກັນໃນອະນາຄົດ ເພື່ອບັນລຸເປົ້າໝາຍຕາມຄຳຂວັນທີ່ວາງໄວ້ໃນຄັ້ງນີ້ ແລະ ເພື່ອຮັບປະກັນໃຫ້ແກ່ການເຊື່ອມໂຍງພາກພື້ນ, ສ້າງພາກພື້ນອາຊຽນ ໃຫ້ເປັນພາກພື້ນທີ່ເຂັ້ມແຂງ ແລະ ຈະເລີນກ້າວໜ້າ ກໍ່ຄື ການສົ່ງເສີມໃຫ້ປະຊາຄົມອາຊຽນ ມີຄວາມເຂັ້ມແຂງ ແລະ ປະຊາຊົນມີຄວາມຜາສຸກ.


ແຫລ່ງຂ່າວ: ກົມຂ່າວ ກະຊວງການຕ່າງປະເທດ ແລະ muan.la

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...