spot_img
Homeຂ່າວຕ່າງປະເທດນາຍົກຍີ່ປຸ່ນປະກາດ ຈະມອບກຳປັ່ນລາດຕະເວນ 6 ລຳ ເສີມຄວາມສາມາດທາງທະເລ ໃຫ້ແກ່ຫວຽດນາມ!

ນາຍົກຍີ່ປຸ່ນປະກາດ ຈະມອບກຳປັ່ນລາດຕະເວນ 6 ລຳ ເສີມຄວາມສາມາດທາງທະເລ ໃຫ້ແກ່ຫວຽດນາມ!

Published on

ສຳນັກຂ່າວຣອຍເຕີ ລາຍງານໃນວັນທີ 8 ກັນຍານີ້ວ່າ ໃນມື້ວານນີ້ (7 ກັນຍາ) ທ່ານ ຊິນໂຊະ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ກ່າວໃນລະຫວ່າງພົບປະສອງຝ່າຍກັບ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ທີ່ນະຄອນຫລວງວຽງຈັນ ສປປ ລາວ ກ່ຽວກັບຄວາມຕັ້ງໃຈຂອງລັດຖະບານຍີ່ປຸ່ນ ທີ່ຈະຈັດສົ່ງກຳປັ່ນກວດກາລາດຕະເວນໃຫ້ແກ່ຫວຽດນາມ ຊຶ່ງເຈົ້າໜ້າທີ່ກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ລະບຸວ່າ ຍີ່ປຸ່ນໄດ້ຈັດກຽມກຳປັ່ນດັ່ງກ່າວໄວ້ແລ້ວ ຈຳນວນ 6 ລຳ ຊຶ່ງທັງໝົດແມ່ນເຄີຍໃຊ້ງານມາກ່ອນ, ສ່ວນລາຍລະອຽດຂອງເວລາມອບສົ່ງ ແມ່ນຍັງບໍ່ທັນໄດ້ລະບຸຊັດເຈນ.

ທັງນີ້ ການຕັດສິນໃຈຂອງຍີ່ປຸ່ນ ໃນການຊ່ວຍເຫລືອດ້ານການປ້ອງກັນປະເທດດັ່ງກ່າວ ໃຫ້ແກ່ຫວຽດນາມ ມີຂຶ້ນໃນລະຫວ່າງສະພາບຄວາມເຄັ່ງຕຶງ ຈາກຂໍ້ຂັດແຍ່ງໃນທະເລຈີນໃຕ້ ທີ່ຈີນໄດ້ອ້າງສິດອະທິປະໄຕ ໃນພື້ນທີ່ເກືອບທັງໝົດຂອງທະເລດັ່ງກ່າວນີ້ ຊຶ່ງສ້າງຄວາມຂັດແຍ່ງກັບຫວຽດນາມ ຕະຫລອດຮອດບັນດາປະເທດໃກ້ຄຽງຕ່າງໆເຊັ່ນ ບຣູໄນ, ມາເລເຊຍ, ຟິລິບປິນ ລວມທັງລັດຖະບານໄຕ້ຫວັນອີກດ້ວຍ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...