spot_img
Homeຄວາມງາມນາງງາມອາພອນລາວປີ 2012 ຖືກແຕ່ງຕັ້ງໃຫ້ເປັນທູດວັດທະນະທຳຂອງອົງການອີຟາດ

ນາງງາມອາພອນລາວປີ 2012 ຖືກແຕ່ງຕັ້ງໃຫ້ເປັນທູດວັດທະນະທຳຂອງອົງການອີຟາດ

Published on

thu5sep1

ນາງສາວຄິຣສຕີນາ ລາຊາສິມມາ ນາງງາມລາວ ຫຼື ນາງງາມອາພອນລາວປີ 2012 ໄດ້ຖືກແຕ່ງຕັ້ງໃຫ້ເປັນທູດວັດທະນະທຳປະຈຳກອງທຶນສາ ກົນເພື່ອການພັດທະນາກະສິ ກຳ ( IFAD ) ປະຈຳ ສປປ ລາວ. ການແຕ່ງຕັ້ງນີ້ແມ່ນໄດ້ ປະກາດຢູ່ທີ່ຫ້ອງການຂອງອົງ ການສະຫະປະຊາຊາດ     ໃນ
ວັນທີ 3 ກັນຍາ 2013, ໂດຍ ການເປັນປະທານຂອງທ່ານ ນາງ ສະເຕຟເນຍ ດີນາ, ຫົວ ໜ້າອົງການ ( IFAD ) ປະຈຳ ສປປ ລາວ ມີທ່ານ ສົມສະໜຸກ ມີໄຊ, ຮອງປະທານສະມາຄົມ ນັກຂ່າວແຫ່ງ ສປປ ລາວ ແລະ ບັນດາສື່ມວນຊົນເຂົ້າ ຮ່ວມ.
ນາງ ຄິສຕີນາ ມີອາຍຸ 25 ປີ, ເຊິ່ງເປັນທີ່ຮູ້ຈັກດີ ໃນບົດບາດ ຂອງນາງສາວອາພອນລາວ ປະຈຳປີ 2012 ເຊິ່ງນາງໄດ້ ກາຍເປັນຜູ້ໜຶ່ງໃນກຸ່ມຄົນ ໜຸ່ມສາວໃນທົ່ວໂລກ ທ່ີເປັນ ອາສາສະຫມັກໃນນາມ ທູດ ວັດທະນະທຳເພື່ອສົ່ງເສີມ ຄຸນຄ່າ ແລະ ຄວາມຫມາຍອັນ ສຳຄັນຂອງອົງກອນຕ່າງໆ ຂອງອົງການສະຫະປະຊາ ຊາດ. ສະນັ້ນ, ການທ່ີໄດ້ຖືກ ດຳລົງຕຳແໜ່ງນີ້ກໍ່ເປັນໂອ ກາດດີທ່ີໄດ້ປະກອບສ່ວນ ເພື່ອການສົ່ງເສີມຄວາມຈຳ ເປັນໃນການປັບປຸງຄວາມ ຫມັ້ນຄົງດ້ານສະບຽງອາຫານ ແລະ ໂພສະນາການຢູ່ ສປປ ລາວ, ເລັງໃສ່ການປັບປຸງ ຄວາມອາດສາມາດໃນການ ຜະລິດກະສິກຳ, ການເຊ່ືອມ ໂຍງກັບຕະຫລາດ ແລະ ຮັບ ປະກັນການເຂົ້າເຖິງອາຫານ ທ່ີມີໂພສະນາການທ່ີດີຂຶ້ນຕ່ືມ ຂອງປະຊາຊົນລາວເຮົາ.
ນອກຈາກນີ້ນາງຄຣິດຕີນາ ແມ່ນຈະໄດ້ລົງໄປຢ້ຽມຢາມ ເຮັດວຽກງານຂອງອົງການ ( IFAD ) ນີ້ໃນທົ່ວທຸກແຂວງ ເພື່ອເປັນການທຳຄວາມຮູ້ຈັກ ແລະ ເຜີຍແຜ່ພັດທະນາກະສິ ກຳໃນ ສປປ ລາວ ແລະ ໃຫ້ ປະຊາຊົນຫລຸດພົ້ນອອກຈາກ ຄວາມທຸກຍາກ.

ທີ່ມາhttp://www.kongthap.gov.la/

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...