spot_img
Homeຂ່າວທ້ອງຖິ່ນນັບແຕ່ວັນທີ 24 ເມສາເປັນຕົ້ນໄປ! ລາຄານໍ້າມັນເຊື້ອໄຟຈະປັບລົງ 400ກີບຕໍ່ລິດທຸກຊະນິດ

ນັບແຕ່ວັນທີ 24 ເມສາເປັນຕົ້ນໄປ! ລາຄານໍ້າມັນເຊື້ອໄຟຈະປັບລົງ 400ກີບຕໍ່ລິດທຸກຊະນິດ

Published on

ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ປະກາດ ປັບລາຄານໍ້າມັນເຊື້ອໄຟລົງ 400 ກີບ ທຸກຊະນິດ ເຮັດໃຫ້ນໍ້າມັນແອັດຊັງທຳມະດາຢູ່ນະຄອນຫຼວງວຽງຈັນລົງມາຢູ່ທີ່ 7.680 ກີບ/ລິດ ແລະ ກາຊວນລົງມາຢູ່ທີ່ 7.040 ກີບ/ລິດ. ເຊິ່ງລາຄາໃໝ່ຄັ້ງນີ້ ແມ່ນເລີ່ມປະຕິບັດໃນວັນທີ 24 ເມສາ 2020  ເລລາ 06:00 ໂມງ ໃນຂອບເຂດທົ່ວປະເທດ.

ການປັບລາຄາຄັ້ງນີ້ ແມ່ນໄດ້ເພີ່ມຄັງແຮ 500 ກີບ ທຸກຊະນິດ ແລະ ປັບລົງລາຄານໍ້າມັນເຊື້ອໄຟ 400 ກີບ ທຸກຊະນິດ ການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0301, ລົງວັນທີ 23 ເມສາ 2020 ຈົນກວ່າຈະມີການປ່ຽນແປງ.

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: ກະຊວງອຸດສາຫະກໍາ ແລະ ການຄ້າ

 

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...