spot_img
Homeຂ່າວຕ່າງປະເທດນັກໂທດກໍ່ຈະລາຈົນໃນຄຸກບຣາຊິນ ມີຜູ້ຖືກຂ້າຕັດຄໍ 3 ຄົນ ແລະ ຜູ້ຄຸມຄຸກຖືກຈັບເປັນໂຕປະກັນ

ນັກໂທດກໍ່ຈະລາຈົນໃນຄຸກບຣາຊິນ ມີຜູ້ຖືກຂ້າຕັດຄໍ 3 ຄົນ ແລະ ຜູ້ຄຸມຄຸກຖືກຈັບເປັນໂຕປະກັນ

Published on

 

ເກີດເຫດການຈະລາຈົນທີ່ຄ້າຍຄຸມຂັງໃນບຣາຊິນ ມີຜູ້ຄຸມຖືກຈັບເປັນໂຕປະກັນ ແລະ ມີນັກໂທດຖືກຂ້າຕັດຄໍ 3 ຄົນ

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດການຈະລາຈົນໃນຄ້າຍຄຸມຂັງ ເມືອງກາສກາເບນ ທາງຕອນໃຕ້ຂອງ

ປະເທດບຣາຊິນ ເຊິ່ງມີນັກໂທດຫຼາຍກ່ວາພັນຄົນ ເປັນເຫດໃຫ້ມີຜູ້ໄດ້ຮັບບາດເຈັບຈຳນວນຫຼວງຫຼາຍ ແລະ ມີນັກ

ໂທດໃນຄ້າຍຄຸມຂັງດັ່ງກ່າວ 3 ຄົນ ຖືກຂ້າຕັດຄໍ ໃນຂະນະທີ່ຜູ້ຄຸມຂອງຄ້າຍຄຸມຂັງອີກ 2 ຄົນ ລວມເຖິງນັກໂທດອີກ

ຈຳນວນໜຶ່ງຖືກຈັບເປັນໂຕປະກັນ.

 

NjpUs24nCQKx5e1DGTzCaTBgpRgQQHxlQjqT6j69bb2

 

ເຈົ້າໜ້າທີ່ຂອງບຣາຊິນເປີດເຜີຍວ່າ ເຫດການຈະລາຈົນດັ່ງກ່າວ ເກີດຂຶ້ນໃນຕອນຂ້ອນແຈ້ງມື້ວັນອາທິດ (24 ສິງ

ຫາ 2014) ຫຼັງຈາກຜູ້ຄຸມຄຸກໄດ້ນຳອາຫານໄປໃຫ້ຜູ້ຖືກຂັງກິນ ແຕ່ກໍຖືກລຸມທຳຮ້າຍຮ່າງກາຍ ແລະ ຖືກຈັບເປັນໂຕ

ປະກັນ, ຈາກນັ້ນນັກໂທດຈຳນວນຫຼາຍ ກໍລຸກຮືຂຶ້ນມາຮື້ຄົ້ນເຄື່ອງຂອງ ແລ້ວມີການຈູດໄຟເຜົາ, ໃຊ້ທ່ອນເຫຼັກທຸບ

ສ້າງຄວາມເສຍຫາຍແກ່ຫ້ອງຂັງ.

 

ມີນັກໂທດອີກຫຼາຍສິບຄົນ ປິດບັງໃບໜ້າຕົນເອງດ້ວຍຜ້າຂາວ ແລ້ວຂຶ້ນໄປເທິງດາດຟ້າຂອງຄ້າຍຄຸມຂັງ ເພື່ອທຸບ

ຕີທຳຮ້າຍໂຕປະກັນ ເຊິ່ງຖືກເຊືອກມັດໄວ້ທີ່ຄໍ ຫຼື ຂໍ້ມື.

 

ເຫດການດັ່ງກ່າວໄດ້ຍືດເຍື້ອຈົນເຖິງເວລາຕາເວັນຕົກດິນ ສະຖານະການຈິ່ງເລີມປ່ຽນແປງໄປໃນທິດທາງທີ່ດີຂຶ້ນ,

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ກຳລັງພະຍາຍາມເຈລະຈາກັບເຫຼົ່ານັກໂທດ ເພື່ອຢຸຕິການຈະລາຈົນຢູ່.

 

ສຳລັບສາເຫດຂອງການຈະລາຈົນໃນຄັ້ງນີ້ ຍັງບໍ່ທັນເປັນທີ່ຊັດເຈນເທື່ອ, ແຕ່ ທ່ານ ໄຮໂຣ ເຟຣເຣຣາ ທະນາຍຂອງ

ສະຫະພາບເຈົ້າໜ້າທີ່ຄ້າຍຄຸມຂັງ ໄດ້ກ່າວວ່າ ນັກໂທດຮຽກຮ້ອງຂໍໃຫ້ເຈົ້າໜ້າທີ່ໃຫ້ການເບິ່ງແຍງໃນດ້ານອາຫານ

ແລະ ດ້ານອຸປະກອນການຢາໃຫ້ດີຂຶ້ນ, ເຖິງແນວໃດກໍຕາມ ຍັງບໍ່ທັນມີການເປີດເຜີຍລາຍລະອຽດອື່ນໆອີກ.

 

 

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...