spot_img
Homeຂ່າວຕ່າງປະເທດນັກແລ່ນມາລາທອນຈີນ 21 ຄົນເສຍຊີວິດຍ້ອນການປ່ຽນແປງອາກາດແບບກະທັນຫັນ

ນັກແລ່ນມາລາທອນຈີນ 21 ຄົນເສຍຊີວິດຍ້ອນການປ່ຽນແປງອາກາດແບບກະທັນຫັນ

Published on

ນັກແລ່ນ 21 ຄົນເສຍຊີວິດເນື່ອງຈາກສະພາບອາກາດທີ່ຮ້າຍແຮງແບບບໍ່ຄາດຝັນໃນລະຫວ່າງການແຂ່ງຂັນແລ່ນມາລາທອນຂອງຈີນ.

ສຳນັກຂ່າວຈີນບາງສຳນັກລາຍງານເມື່ອວັນອາທິດວ່າມີຜູ້ເສຍຊີວິດ 21 ຄົນ ຫຼັງຈາກຖືກໝາກເຫັບ, ຝົນເຢັນແຂງ ແລະ ລົມແຮງປະທະຂະບວນນັກແລ່ນທີ່ເຂົ້າຮ່ວມການແຂ່ງຂັນແລ່ນວິບາກຂ້າມພູເຂົາແບບຄຣອສ-ຄັນທຣີ ໃນໄລຍະທາງ 100 ກິໂລແມັດໃນມົນທົນການຊູ່ ເຊິ່ງກ່ອນໜ້ານີ້ສະພາບອາການແມ່ນແຈ່ມໃສດີບໍ່ມີທ່າທີຈະເກີດການແປປວນ.

ນັກແລ່ນຄົນໜຶ່ງທີ່ຫາຍສາບສູນໄປເມື່ອເວລາ 9:30ນາທີ ແຕ່ “ສູນເສຍສັນຍານຊີບໄປແລ້ວ” ຜູ້ປະກາດຂ່າວ CCTV ຂອງລັດລາຍງານໂດຍອ້າງຈາກສຳນັກງານໃຫຍ່ຂອງໜ່ວຍບັນຊາການກູ້ໄພໃນພື້ນທີ່ ເຊິ່ງລາຍງານລະບຸວ່າເຫດການນີ້ມີຜູ້ເສຍຊີວິດ 21 ຄົນ.

ໃນຕອນບ່າຍຂອງວັນເສົາວັນທີ 22 ພຶດສະພາ 2021 ທ່ານ ຈາງ ຊວີເສິນ ເຈົ້າເມືອງ ໄປ໋ອິນ ກ່າວວ່າໃນເວລາ 14:00 ໂມງການແຂ່ງຂັນແລ່ນມາລາທອນລະຫວ່າງໄລຍະທາງ 20 ເຖິງ 31ກິໂລແມັດ ຜູ້ເຂົ້າຮ່ວມການແຂ່ງຂັນໄດ້ຮັບຜົນກະທົບຢ່າງກະທັນຫັນຈາກສະພາບອາການທີ່ຮ້າຍແຮງ. ໃນເວລາພຽງສັ້ນໆຢູ່ໆກໍ່ມີໝາກເຫັບຕົກ ແລະ ຝົນນໍ້າແຂງຕົກລົງພື້ນທີ່ ແລະ ມີລົມພັດແຮງ ອຸນຫະພູມອາກາດຫຼຸດລົງຢ່າງໄວວາ. ແລະ ຫຼັງຈາກນັ້ນບໍ່ດົນກໍ່ໄດ້ຮັບຂໍ້ຄວາມຂໍຄວາມຊ່ວຍເຫຼືອຈາກຜູ້ເຂົ້າຮ່ວມການແຂ່ງຂັນບາງຄົນ ຜູ້ຈັດງານແລ່ນມາລາທອນໄດ້ສົ່ງທີມກູ້ໄພລົງພື້ນທີ່ ແລະ ສາມາດຊ່ວຍຊີວິດໄດ້ 18 ຄົນຈາກ 172 ຄົນ.

ສຳນັກຂ່າວຊິນຫົວລາຍງານວ່າ ນັກແລ່ນບາງຄົນໄດ້ຮັບຄວາມທຸກທໍລະມານຈາກພາວະອຸນຫະພູມຕໍ່າ ເນື່ອງຈາກສະພາບອາກາດ ກ່ອນໜ້ານີ້ມີຜູ້ໄດ້ຮັບການຮັກສາອາກາດບາດເຈັບເລັກໜ້ອຍໃນໂຮງໝໍ 8 ຄົນທຸກຄົນປອດໄພດີ.

ຮຽບຮຽງຂ່າວ:​ພຸດສະດີ

 

 

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...