spot_img
Homeຂ່າວການພັດທະນານັກສຶກສາ ມຊ ຈະໄດ້ຊົມໃຊ້ບັດຂຶ້ນລົດເມທຸກສາຍທາງ

ນັກສຶກສາ ມຊ ຈະໄດ້ຊົມໃຊ້ບັດຂຶ້ນລົດເມທຸກສາຍທາງ

Published on

 

ລັດ​ວິ​ສາ​ຫະ​ກິດ​ລົດເມນະຄອນ​ຫຼວງ​ວຽງ​ຈັນ ​ໄດ້​ບັນລຸ​ຂໍ້​ຕົກລົງ​ກັບ​ມະຫາວິທະຍາໄລ​ແຫ່ງຊາດ ​ໃນ​ການ​ນຳ​ໃຊ້​ບັດ​ລົດເມ

​ສາທາ​ລະນະ ​ຕາມ​ສາຍ​ທາງ​ໃນ​ທົ່ວນະຄອນຫຼວງ ເພື່ອ​ຫຼຸດຜ່ອນ​ບັນຫາ​ລົດ​ຕິດ​ໃນ​ຊົ່ວໂມງ​ເລັ່ງ​ດ່ວນ ໂດຍ​ລາຄາ​ເບື້ອງ​ຕົ້ນ

​ຢູ່​ລະຫວ່າງ 4 ແສນ​ກີບ​ຕໍ່​ຄົນ​ຕໍ່​ປີ.

 

ພິທີ​ເຊັນ​ສັນຍາ​ດັ່ງກ່າວ​ໄດ້ ຈັດ​ຂຶ້ນ​ວັນ​ທີ 24 ກັນຍາ 2014 ນີ້​ທີ່​ມະຫາວິທະຍາໄລ​ແຫ່ງ​ຊາດ ລະຫວ່າງທ່ານ ຄຳ​ພູນ ເຕ​ເມ

ຣາດ ອຳນວຍ​ການ​ລັດ​ວິ​ສາ​ຫະກິດ​ລົດເມນະຄອນຫຼວງ​ວຽງ​ຈັນ ແລະ ທ່ານ ​ຮສຈ.​ດຣ. ສາຍຂອງ ສາຍ​ນາ​ສິນ ຮອງ​ອະທິ

ການບໍດີ ມະຫາວິທະຍາໄລ​ແຫ່ງ​ຊາດ ທ່ານ ພັນ​ຊະນະ ຄຸນ​ນຸ​ວົງ ຮອງ​ຜູ້ອຳນວຍ​ການ ທະນາຄານ​ການຄ້າ​ຕ່າງປະເທດ​ລາວ

ມະຫາຊົນ ກັບທ່ານ Toshinori TODA ຜູ້ຕາງໜ້າ​ອົງການໄຈ​ກາ ປະຈຳ ລາວ ໂດຍ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ​ຂອງ​ທ່ານ

​ສຈ.​ດຣ. ສຸກ​ກົງແສງ ໄຊ​ຍະ​ເລີດ ອະທິການ​ບໍດີ​ມະຫາວິທະຍາໄລ​ແຫ່ງ​ຊາດ ທ່ານ ແກ້ວ​ພິລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າ​

ຄອງ​ນະຄອນຫຼວງ​ວຽງຈັນ ພ້ອມ​ດ້ວຍ​ບັນດາ​ຄູ​ອາຈານ​ໃນ ​ມຊ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ.

 

ທ່ານ ແກ້ວ​ພິລາ​ວັນ ອາ​ໄພລາດ ກ່າວ​ວ່າ: ປັດຈຸບັນ ບັນຫາລົດ​ຕິດ​ໃນ​ຊົ່ວໂມງ​ເລັ່ງ​ດ່ວນ ໃນນະຄອນຫຼວງ​ວຽງ​ຈັນ ​ມີ​ສະຖິ

ຕິເພີ່ມ​ຂຶ້ນ​ທຸກໆ​ປີ ການ​ນຳ​ໃຊ້​ບັດດັ່ງກ່າວ​ຈະ​ເປັນ​ການ​ເລີ່ມ​ທົດລອງ​ບໍລິການ​ລົດເມ​ໃນ​ເບື້ອງ​ຕົ້ນ ລະຫວ່າງ​ເດືອນ​ຕຸລາ-

ພະຈິກ 2014 ຕາມ 12 ສາຍ​ທາງ ນັບຈາກ​ສະຖານີ​ລົດ​ຕະຫຼາດ​ເຊົ້າໄປ​ຫາ​ດົງ​ໂດກ (​ມຊ)-ທ່າ​ງ່ອນ ສະຖານີ​ລົດເມ​ສາຍ

​ເໜືອ ສະ​ຖານີ​ລົດເມ​ສາຍ​ໃຕ້ ຂົວ​ມິດຕະພາບ ແລະ ສະຖານີ​ອຶ່ນໆອີກ​ໄດ້​ທຸກເວລາ.

 

ສຳລັບ​ລາຍ​ລະອຽດ​ຂອງການ​ລົງທະບຽນ ​ແມ່ນ​ນັກ​ສຶກ​ສາສາມາດ​ສອບ​ຖາມ​ຂໍ້​ມູນ​ລະອຽດນຳ​ມະຫາວິທະຍາໄລ​ແຫ່ງ​ຊາດ

ຫຼື ລັດ​ວິ​ສາ​ຫະ​ກິດ​ລົດເມ​ນະຄອນຫຼວງ​ວຽງ​ຈັນ​ໄດ້ ເຊິ່ງ​ຄາດ​ວ່າ​ບັດດັ່ງກ່າວ ​ນອກຈາກ​ຈະ​ເປັນ​ການປະຢັດ​ເງິນ​ແລ້ວ ຍັງ​ສາ

ມາດ​ອຳນວຍ​ຄວາມ​ສະດວກ​ແກ່​ການ​ໄປມາ​ຂອງ​ນັກ​ສຶກ​ສາ​ໄດ້​ດີ​ອີກດ້ວຍ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...