spot_img
Homeຂ່າວຕ່າງປະເທດນັກສຶກສາຊາຍປອມໂຕເປັນຍິງເພື່ອສືບຫານັກລ່າສະຫວາດ

ນັກສຶກສາຊາຍປອມໂຕເປັນຍິງເພື່ອສືບຫານັກລ່າສະຫວາດ

Published on

ນັກສຶກສາຊາຍໃນມະຫາວິທະຍາໄລໃນອາເມຣິກາໃຊ້ລະບົບແຕ່ງພາບໃນແອັບພລີເຄເຊິນແປງໂສມຕົນເອງເປັນເດັກຍິງ ເພື່ອເປີດໂປງນັກລ່າສະຫວາດເທິງໂລກອອນລາຍ.

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 12 ມິຖຸນາຜ່ານມາວ່າ ທ້າວ ອີທານ ນັກສຶກສາໃນມະຫາວິທະຍາໄລຊານຟຣານຊິສໂກ ເບ ແອເຣຍ ອາຍຸ 20 ປີໄດ້ປ່ຽນໂສມຕົນເອງຈາກຊາຍກາຍເປັນຍິງແລ້ວໂພສຫຼິ້ນໃນແອັບຊອກຫາຄູ່ ໂດຍໃຊ້ຊື່ປອມວ່າ ເອສເທີຣ ຫຼັງຈາກນັ້ນກໍມີຜູ້ໃຊ້ງານຄົນໜຶ່ງຊຶ່ງຮູ້ຊື່ພາຍຫຼັງວ່າຊື່ ທ້າວ ໂຣເບີຣດ ເດວີສ ຊຶ່ງເປັນເຈົ້າໜ້າທີ່ຕຳຫຼວດໃນເມືອງຊານ ມາເທໂອ ອາຍຸ 40 ປີ ຕິດຕໍ່ມາຫາ ອີທານ ໃນຮູບໂສມຂອງ ເອສເທີຣ ແລ້ວທັງສອງກໍສົນທະນາກັນຫຼາຍເລື່ອງ.

ຕໍ່ມາເຈົ້າໜ້າທີ່ຕຳຫຼວດຄົນດັ່ງກ່າວກໍໄດ້ຂໍໃຫ້ ເອສເທີຣ ໄປລົມກັນໃນອີກຫຼາຍໆແອັບພລີເຄເຊິນ ທັງສອງລົມກັນຫຼາຍເລື່ອງເຊັ່ນ ເລື່ອງຮູບຂອງ ເອສເທີຣ ເບິ່ງຄືເດັກອາຍຸ 16 ປີ ແລະ ເລື່ອງການມີສ່ວນຮ່ວມໃນກິດຈະກຳທາງເພດ ຊຶ່ງອີທານ ໄດ້ເລົ່າວ່າ ຍິ່ງລົມກັນຫຼາຍຂຶ້ນກໍຍິ່ງຮັບຮູ້ເຖິງເຈຕະນາຂອງ ເດວິສ ວ່າຕ້ອງການສື່ໄປເຖິງເລື່ອງເພດສຳພັນ.

ຈາກນັ້ນ ອີທານ ຈິ່ງໄດ້ແຈ້ງໃຫ້ຕຳຫຼວດດຳເນີນຄະດີກັບ ເດວິສ ຊຶ່ງຕຳຫຼວດໃນເມືອງຊານ ມາເທໂອ ໄດ້ອອກໝາຍຄົ້ນກວດສອບອຸປະກອນເອເລັກໂຕຣນິກ ແອັບພລີເຄເຊິນໃນມືຖື ແລ ເຮືອນຂອງຜູ້ກ່ຽວ ກ່ອນທີ່ເດວິສ ຈະຖືກກັກຕົວເມື່ອວັນທີ 6 ມິຖຸນາຜ່ານມາໃນຂໍ້ຫາ “ຕີສະໜິດຜູ້ເຍົາເພື່ອກະທຳຜິດທາງເພດ” ແລ້ວເດວິສ ກໍຖືກສົ່ງໄປຄຸມຂັງທີ່ເຮືອນຈຳເຂດຊານຕາ ຄລາຣາ ເຄົາຕີ.

ທັງນີ້ ອີທານ ໄດ້ເລົ່າໃຫ້ຕຳຫຼວດຟັງວ່າ ຕົນເອງເລີ່ມອອກຕາມຫານັກລ່າສະຫວາດເທິງໂລກອອນລາຍ ເນື່ອງຈາກເພື່ອນຍິງຄົນໜຶ່ງເຄີຍຖືກລ່ວງລະເມີດເມື່ອຕອນຍັງນ້ອຍ ພ້ອມລະບຸຖິ້ມທ້າຍວ່າ “ຂ້ອຍພຽງແຕ່ສືບຫານັກລ່າສະຫວາດຄົນໃດຄົນໜຶ່ງເທົ່ານັ້ນ”.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath.co.th/news

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...