spot_img
Homeຂ່າວຕ່າງປະເທດນັກວິໄຈຈີນເຜີຍພົບໄວຣັສໂຄໂຣນາສາຍພັນໃໝ່ໃນເຈຍພັນທຸກຳໃກ້ຄຽງກັບໂຄວິດ-19

ນັກວິໄຈຈີນເຜີຍພົບໄວຣັສໂຄໂຣນາສາຍພັນໃໝ່ໃນເຈຍພັນທຸກຳໃກ້ຄຽງກັບໂຄວິດ-19

Published on

ເມື່ອວັນທີ 11 ມິຖຸນາ ສຳນັກຂ່າວ CNN ລາຍງານວ່າ ຄະນະນັກວິໄຈຈີນພົບກຸ່ມໄວຣັສໂຄໂຣນາສາຍພັນໃໝ່ໃນເຈຍ ເຊິ່ງໜ່ຶງໃນໄວຣັດທີີ່ຄົ້ນພົບທີ່ມີພັນທຸກຳໃກ້ຄຽງກັບພັນທຸກຳຂອງໄວຣັດໂຄວິດ-19.

ການຄົ້ນພົບນີ້ຂອງຂະນະວິໄຈຈີນຕີພິມລົງໃນວາລະສານ Cell ເຜີຍແຜ່ເມື່ອວັນທີ 10 ມິຖຸນາ 2021 ລະບຸວ່າຄົ້ນພົບກຸ່ມໄວຣັດໂຄໂຣນາໃນພື້ນທີ່ປ່າຂະໜາດນ້ອຍແຫ່ງໜຶ່ງໃນມົນທົນຢູນນານ ປະເທດຈີນ ເຊິ່ງສະແດງໃຫ້ເຫັນວ່າມີໄວຣັດໂຄໂຣນາໃນເຈຍຈັກຊະນິດ ແລະ ມີສັກກະພາບໃນການແຜ່ເຊື້ອສູ່ຄົນໄດ້ຫຼາຍພຽງໃດ.

ທ່ານ ສື່ ເວີ່ຍເຟິງ ນັກວິໄຈມະຫາວິທະຍາໄລຊານຕົງ ແລະ ຄະນະ ໄດ້ເກັບຕົວຢ່າງຈາກກຸ່ມເຈຍໃນປ່າລະຫວ່າງເດືອນພຶດສະພາ 2019 – ພະຈິກ 2020 ໄດ້ເຮັດການທົດສອບເກັບຕົວຢ່າງເຊື້ອນໍ້າລາຍຈາກປາກເຈຍ.

“ຈຳນວນທັງໝົດ 24 ຂໍ້ມູນທາງພັນທຸກຳຂອງພະຍາດ coronavirus ແມ່ນຖືກລວບລວມມາຈາກຫຼາຍສາຍພັນຕ່າງໆຂອງເຈຍ ລວມທັງໄວຣັດໂຄໂຣນາ 4 ຕົວທີ່ຄ້າຍກັບໄວຣັດໂຄໂຣນາ SARS-CoV-2 ລາຍງານຂອງທີມວິໄຈລະບຸ ໂດຍມີໄວຣັດໂຄໂຣນາຕົວໜຶ່ງທີ່ມີລັກສະນະທາງພັນທຸກຳຄ້າຍກັນຫຼາຍກັບໄວຣັດໂຄໂຣນາ SARS-CoV-2 ທີ່ເປັນສາເຫດຂອງການແຜ່ລະບາດໃຫຍ່ທົ່ວໂລກໃນເວລານີ້. ເປັນຕົວຢ່າງໄວຣັດທີ່ຮຽກວ່າ RpYN06 ທີ່ໄດ້ມາຈາກເຈຍ ຊື່ວິທະຍາສາດ Rhinolophus pusillus, ພົບວ່າມີເຊື້ອພັນທຸ ກຳຄ້າຍກັບ SARS-CoV-2, ເຊິ່ງຄວາມແຕກຕ່າງພຽງແຕ່ແມ່ນທາດໂປຼຕີນໃນໜາມໂປຣຕິນບໍລິເວນເປືອກນອກຂອງໄວຣັດເທົ່ານັ້ນ”.

ນັກວິໄຈກຳລັງພະຍາຍາມຄົ້ນຫາວ່າ SARS-CoV-2 ເຊິ່ງເປັນສາເຫດໃຫ້ເກີດໂຣກໂຄວິດ-19 ມາຈາກໃສ ເຖິງແມ່ນວ່າເຈຍຈະແມ່ນແຫຼ່ງເພາະພັນ ແຕ່ກໍ່ເປັນໄປໄດ້ທີ່ໄວຣັດຈະແຜ່ເຊື້ອໄປທີ່ສັດກ່ອນມາສູ່ຄົນ ຄືກັບໄວຣັດຊາຣ໌ທີ່ລະບາດໃນປີ 2002-2004.

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...