spot_img
Homeວິທະຍາສາດ-ວິທະຍາການນັກວິທະຍາສາດໃຊ້ເລເຊີຣ໌ຣັງສີເອກຊ໌ສ້າງ "ຝົນເພັດ" ໃນຫ້ອງທົດລອງໄດ້ສຳເລັດ

ນັກວິທະຍາສາດໃຊ້ເລເຊີຣ໌ຣັງສີເອກຊ໌ສ້າງ “ຝົນເພັດ” ໃນຫ້ອງທົດລອງໄດ້ສຳເລັດ

Published on

ຕອນນີ້ນັກວິທະຍາສາດທີ່ຫ້ອງປະຕິບັດການເຄື່ອງເລັ່ງອານຸພາບແຫ່ງຊາດ (SLAC National Accelerator Laboratory) ມະຫາວິທະຍາໄລ ສແຕນຟຣອດ ໄດ້ເຮັດໃຫ້ເກີດປະກົດການຝົນເພັດເກີດຂຶ້ນແທ້ໃນໂລກໄດ້ສຳເລັດເປັນຄັ້ງທຳອິດ

ດາວຢູເຣນັສ ແລະ ດາວເນັບຈູນທີ່ເປັນດາວເຄາະນ້ຳແຂງຂະໜາດໃຫຍ່ໃນລະບົບສຸລິຍະຂອງເຮົາທີເຊື່ອກັນວ່າມີສະພາບເງື່ອນໄຂທີ່ເໝາະສົມສຳລັບການເກີດຝົນເພັດ ຮອບແກນກາງມີຊັ້ນນ້ຳແຂງຫຼອມລະລາຍມັນບໍ່ໄດ້ມີພຽງນ້ຳແຂງທີ່ເກີດຈາກນ້ຳເທົ່ານັ້ນ ຍັງມີນ້ຳແຂງແອມໂມເນຍ ແລະ ນ້ຳແຂງມີເທນຮວມຢູ່ນຳ ສະພາບແວດລ້ອມແບບນີ້ກັບຄວາມກົດດັນມະຫາສານຂອງດາວຈະບີບອະນຸພາບໄຮໂດຣເຈນ ແລະ ຄາຣບອນໃຫ້ກາຍເປັນເພັດ ແລ້ວຕົກລົງໄປຄ້າຍກັບຝົນສູ່ແກນກາງຂອງດວງດາວ

ທີມນັກວິໄຈຈະໃຊ້ໂຟມໂພລິສໄຕຣິນ ເຊິ່ງເຮັດຈາກມີເທນທີ່ເປັນອົງປະກອບຫຼັກໃນບັນຍາກາດຂອງນ້ຳແຂງຍັກ ຈາກນັ້ນນັກວິໄຈໄດ້ເຮັດການລະເບີດໂຟມດ້ວຍເລເຊີຣັງສີເອກຊ໌ທີ່ມີພະລັງຫຼາຍທີ່ສຸດໃນໂລກດ້ວຍເຄື່ອງມືທີ່ຮຽກວ່າ Linac Coherent Light Source (LCLS) ເຊິ່ງຈະສົ່ງຄື້ນກະແທກ (Shock Wave) ໄປທີ່ໂຟມແບບຄື້ນຄູ່ ຄື້ນທຳອິດຈະນ້ອຍ ແລະ ຊ້າເຮັດໃຫ້ຄື້ນທີສອງໄລ່ນຳມາທັນ

Dominik Kraus ຫົວໜ້າທີມວິໄຈເລື່ອງນີີ້ກ່າວວ່າ “ຄຸນສົມບັດທາງເຄມີທີ່ເກີດຂຶ້ນພາຍໃນດາວເຄາະສາມາດໃຫ້ຂໍ້ມູນເພີ່ມເຕີມກ່ຽວກັບລັກສະນະຂອງດາວເຄາະໄດ້ ເຮົາບໍ່ສາມາດເຂົ້າໄປໃນດາວເຄາະ ແລະ ເບິ່ງມັນໄດ້ ດັ່ງນັ້ນການທົດລອງໃນຫ້ອງປະຕິບັດການນີ້ຈິ່ງເຕີມເຕັມການສັງເກດການຈາກກ້ອງໂທລະທັດ ” ແລະ ສຳລັບໃນການທົດລອງນີ້ເລເຊີຣ໌ຄວາມເຂັ້ມສູງໄດ້ເຮັດໃຫ້ສາມາດຖ່າຍພາບເອັກສເລ, ວັດຂະໜາດ ແລະ ອົງປະກອບຂອງມັນໄດ້

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...