spot_img
Homeຂ່າວຕ່າງປະເທດນັກວິທະຍາສາດເຜີຍ ຮ່າງຂອງມະນຸດຕ່າງດາວນັ້ນບໍ່ແມ່ນຂອງແທ້

ນັກວິທະຍາສາດເຜີຍ ຮ່າງຂອງມະນຸດຕ່າງດາວນັ້ນບໍ່ແມ່ນຂອງແທ້

Published on

ຮ່າງຂອງມະນຸດຕ່າງດາວຈາກປະເທດເປຣູ ເຊິ່ງມີຄົນນຳມາສະແດງຕໍ່ລັດຖະສະພາເມັກຊິໂກໃນວັນທີ 12 ກັນຍາ ທີ່ຜ່ານມາ ໂດຍອ້າງວ່າມັນບໍ່ແມ່ນຄົນ ແລະ ມີອາຍຸເກົ່າແກ່ເຖິງ 1.000 ປີ ເຮັດໃຫ້ບັນດານັກວິທະຍາສາດຂັດແຍ່ງວ່າ ມັນບໍ່ແມ່ນຮ່າງຂອງສິ່ງທີ່ມີຊີວິດຈາກຕ່າງດາວ ຫຼື ເອລ່ຽນ ແຕ່ຢ່າງໃດ.

ໃນການສອບສວນຂອງປະເທດເມັກຊິໂກ ວ່າດ້ວຍເລື່ອງປາກົດການທາງອາກາດທີ່ຍັງບໍ່ສາມາດອະທິບາຍໄດ້ (Unidentified Aerial Phenomena – UAP) ເຊິ່ງລວມເຖິງປະເດັນກ່ຽວກັບຍານອະວາກາດລຶກລັບ ເຊັ່ນ UFO ຫຼື ມະນຸດຕ່າງດາວ ທັ້ງນີ້ ໄດ້ມີ ຜູ້ສື່ຂ່າວ ແລະ ແພດທະຫານ ສັນຊາດເມັກຊິກໂກ ໄດ້ນຳຮ່າງມຳມີ້ຂອງສິ່ງທີ່ມີຊີວິດປະຫຼາດ 2 ຮ່າງ ມາສະແດງຕໍ່ໜ້າບັນດາສະມາຊິກລັດຖະສະພາ ແລະ ປະຊາຊົນ.

ສົບຂອງສິ່ງທີ່ມີຊີວິດປະຫຼາດດັ່ງກ່າວ ມີຄວາມສູງບໍ່ຮອດ 1 ແມັດ ຮູບຮ່າງຈ່ອຍ ຜິວສີເທົາ ຫົວໃຫຍ່ ມີນິ້ວມືພຽງ ຂ້າງລະ 3 ນິ້ວ ແລະ ໃນທ້ອງຍັງມີໄຂ່ທີ່ອາດໃຊ້ໃນການສືບພັນ.

ເຊິ່ງຜູ້ທີ່ເອົາມາສະແດງນັ້ນ ອ້າງວ່າ: ຜົນກວດ DNA ມັນບໍ່ແມ່ນຄົນ ນອກນີ້ຜົນການກວດຫາອາຍຸຍັງຮູ້ວ່າ ມັນມີອາຍຸເຖິງ 1.000 ປີ.

ແຕ່ທາງ ດຣ ລາຟາເອວ ຜູ້ອຳນວຍການຝ່າຍສົ່ງເສີມງານວິໄຈຂອງມະຫາວິທະຍາໄລ UAD ໃນນະຄອນຫຼວງເມັກຊິໂກ ໄດ້ບອກວ່າ ທາງມະຫາໄລບໍ່ເຄີຍມີໂອກາດໄດ້ກວດສອບຮ່າງຂອງມະນຸດຕ່າງດາວທັງ 2 ແຕ່ກໍບໍ່ສາມາດເປີດເຜີຍໃຫ້ຢ່າງລະອຽດໄດ້ ເພາະຕິດຂໍ້ສັນຍາວ່າຈ້າງໃນທາງທຸລະກິດ.

ດຣ. ແອນດຣູ ຫົວໜ້າພາກມະນຸດວິດທະຍາ ແຫ່ງມະຫາວິທະຍາໄລເວສເທິນຂອງການາດາ ກ່າວວ່າ ເປັນເລື່ອງເສົ້າທີ່ນິທານຂີ້ຕົວະທີ່ຖືກເປີດເຜີຍຂໍ້ເທັດຈິງໃນທາງວິທະຍາສາດໄປໝົດແລ້ວໃນຫຼາຍປີກ່ອນ ໄດ້ກັບມາປາກົດຢູ່ໃນໂລກອອນລາຍອີກ.

ງານວິໄຈຂອງ ດຣ. ໂຣດອລໂຟ ໄດ້ອະທິບາຍວ່າ ຮ່າງກາຍທີ່ຄ້າຍຄືກັບມະນຸດຕ່າງດາວນັ້ນ ໄດ້ເກີດຈາກການດັດແປງຂອງຮ່າງກາຍຄົນເຮົາ ໂດຍມີການຕັດນິ້ວມື ລວມທັງໜັງ ແລະ ເນື້ອເຫຍື່ອອ່ອນຫຼັງນິ້ວຕີນ ເພື່ອໃຫ້ມັນເບິ່ງຄືວ່າ ມັນມີນິ້ວຕີນທີ່ຍາວຜິດປົກກະຕິ.

ແຫຼ່ງຂ່າວ BBC

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...