spot_img
Homeວິທະຍາສາດ-ວິທະຍາການນັກວິທະຍາສາດປະສົບຜົນສຳເລັດໃນການຄິດຄົ້ນຖົງມົດລູກທຽມ

ນັກວິທະຍາສາດປະສົບຜົນສຳເລັດໃນການຄິດຄົ້ນຖົງມົດລູກທຽມ

Published on

ນັກວິທະຍາສາດໄດ້ປະສົບຄວາມສຳເລັດໃນການຄິດຄົ້ນຖົງມົດລູກທຽມນອກຄັນມານດາ ເພື່ອຊ່ວຍຊີວິດລູກນ້ອຍທີ່ເກີດກ່ອນກຳນົດ ຈົນເຮັດໃຫ້ຮ່າງກາຍສ້າງອະໄວຍະວະເພດບໍ່ທັນ ໂດຍຫວັງຈະພັດທະນາໃຫ້ສາມາດໃຊ້ກັບມະນຸດໄດ້ອີກ 3 ປີຕໍ່ໜ້າ

ທີມນັກວິທະຍາສາດຂອງໂຮງໝໍເດັກ ຟິລາເດລເຟຍໃນສະຫະລັດ ໄດ້ເຮັດການທົດລອງໃຊ້  Biobag ຖົງຊິບລັອກທີ່ເຮັດໜ້າທີ່ຄືມົດລູກ ກັບຕົວອ່ອນຂອງລູກແບ້ ທີ່ມີອາຍຸຄັນປະມານ 105-120 ມື້ ຫຼື ເທົ່າກັບອາຍຸ 23 ອາທິດ ຜົນປະກົດວ່າ ພາຍໃນ 4 ອາທິດ ຕົວອ່ອນເລີ່ມສ້າງປອດ ແລະ ອະໄວຍະວະອື່ນໆຈົນຄົບ, ເຊິ່ງຖືເປັນຄວາມສຳເລັດກ້າວທຳອິດ ແລະ ສະທ້ອນໃຫ້ເຫັນວ່າມົດລູກທຽມນີ້ສາມາດນຳໄປໃຊ້ໄດ້ແທ້

ມົດລູກທຽມທີ່ຄິດຄົ້ນຂຶ້ນມານີ້ ໄດ້ຖືກອອກແບບມາໃຫ້ມີລັກສະນະທາງກາຍຍະພາບຄ້າຍກັບມົດລູກແທ້ທີ່ສຸດ ໂດຍເປັນຖົງພລາສຕິກຂະໜາດໃຫຍ່ທີ່ປິດແໜ້ນ ແລະ ປອດເຊື້ອ ພາຍໃນມີສານລະລາຍອິເລັກໂຕຣໄລທ໌ ເຮັດໜ້າທີ່ແທນນ້ຳຄາວປາພາຍໃນມົດລູກ ແລະ ມີສາຍແຮ່ໄສ້ບືທີ່ໃຊ້ສຳລັບໃຫ້ອາຫານ ພ້ອມທັງຫຼອດເລືອດຫຼໍ່ລ້ຽງຫົວໃຈຄືຂອງແທ້ທຸກຢ່າງ. ໂດຍຖົງມົດລູກທຽມດັ່ງກ່າວຈະຍືດອາຍຸໃຫ້ເດັກນ້ອຍທີ່ເກີດກ່ອນກຳນົດ ແລະ ພັດທະນາອະໄວຍະວະພາຍໃນໃຫ້ມີຊີວິດຢູ່ໄດ້ເກີນ 28 ອາທິດ ເຊິ່ງເປັນໄລຍະທີ່ເດັກນ້ອຍມີໂອກາດລອດຊີວິດສູງ.

ແຕ່ເຖິງແນວໃດກໍ່ຕາມ ອລັນ ເຟລດ ຜູ້ຊ່ຽວຊານດ້ານ ສັນລະຍາແພດທີ່ເປັນຫົວໜ້າທີມວິໄຈກ່າວວ່າ ເຖິງແນວໃດກໍ່ຕາມການທີ່ຈະນຳຖົງມົດລູກນອກພົກນີ້ມາໃຊ້ກັບລູກຄົນ ໄດ້ແທ້ອາດຕ້ອງໃຊ້ເວລາລໍຖ້າເຖິງ 10 ປີ

ວິດີໂອ ແລະ ພາບປະກອບຈາກ:  www.mirror.co.uk

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...