spot_img
Homeຂ່າວຕ່າງປະເທດນັກວິທະຍາສາດຈາກ 32 ປະເທດຂໍໃຫ້ WHO ຍອມຮັບວ່າເຊື້ອໂຄວິດ-19 ແຜ່ຜ່ານລະອອງອາກາດໄດ້

ນັກວິທະຍາສາດຈາກ 32 ປະເທດຂໍໃຫ້ WHO ຍອມຮັບວ່າເຊື້ອໂຄວິດ-19 ແຜ່ຜ່ານລະອອງອາກາດໄດ້

Published on

ເວັບໄຊ channelnewsasia ລາຍງານວ່າ ນັກວິທະຍາສາດຈາກ 32 ປະເທດກວ່າ 239 ຄົນ ລົງຊື່ໃນຈົດໝາຍເຖິງອົງການອານາໄມໂລກ (WHO) ທີ່ຖືກຕີພິມໃນວາລະສານວິທະຍາສາດ ເພື່ອຕ້ອງການໃຫ້ WHO ທົບທວນຄຳແນະນຳໃນການປ້ອງກັນການຕິດເຊື້ອໄວຣັດໂຄໂຣນາສາຍພັນໃໝ່ທີ່ເປັນສາເຫດຫຼັກຂອງການແຜ່ລະບາດຂອງໂຄວິດ-19.

ໃນຂົດໝາຍດັ່ງກ່າວລະບຸວ່າ 2 ນັກວິທະຍາສາດຈາກອົດສະຕາລີ ແລະ ສະຫະລັດມີຫຼັກຖານບົ່ງຊີ້ວ່າ ເຊື້ອໄວຣັດ SARS-CoV-2 ຫຼື ໂຄວິດ-19 ສາມາດແຜ່ກະຈາຍໃນຮູບແບບຂອງຝອຍລະອອງຂະໜາດນ້ອຍທີ່ມີປະລິມານພຽງພໍຕໍ່ການແຜ່ກະຈາຍໃນອາກາດຂະນະທີ່ມີການຫາຍໃຈອອກ, ການສົນທະນາ ແລະ ການໄອ.

ທັງນີ້, ຕາມຫຼັກຖານຂອງນັກວິທະຍາສາດເຮັດໃຫ້ສັນນິຖານໄດ້ວ່າ ຜູ້ຄົນທີ່ຢູ່ອາໄສໃນພື້ນທີ່ປິດພາຍໃນຕົວອາກາດອາດຈະມີຄວາມສ່ຽງເພີ່ມຂຶ້ນຕໍ່ການໄດ້ຮັບເຊື້ອໄວຣັດຫຼາຍກວ່າທີ່ຄາດການໄວ້ກ່ອນໜ້ານີ້.

ຕາມການລາຍງານຂອງ WHO ກ່ອນໜ້ານີ້ລະບຸວ່າ ເຊື້ອໂຄວິດ-19 ນັ້ນສາມາດແຜ່ກະຈາຍຜ່ານຝອຍລະອອງທີ່ມີຂະໜາດໃຫຍ່ ແລະ ການໄອ ຫຼື ຈາມ ຈະເຮັດໃຫ້ຝອຍລະອອງຕົກລົງພື້ນຫຼາຍກວ່າທີ່ຈະເຮັດໃຫ້ແຜ່ຜ່ານອາກາດໄດ້ ຍົກເວັ້ນຝອຍລະອອງທີ່ເກີດຈາກການໃຊ້ເຄື່ອງມືທາງການແພດເຊິ່ງຈະເຮັດໃຫ້ມີຄວາມສ່ຽງສູງກວ່າໃນການຮັບເຊື້ອ.

ກຸ່ມນັກວິທະຍາສາດກ່າວວ່າ ການທົບທວນຂໍ້ເທັດຈິງຂອງເສັ້ນທາງການແຜ່ກະຈາຍຂອງເຊື້ອໄວຣັດນັ້ນມີຄວາມສຳຄັນຫຼາຍ ເນື່ອງຈາກຫຼາຍປະເທດເລີ່ມຜ່ອນຜັນມາດຕະການປິດເມືອງທີ່ເຂັ້ມງວດລົງ. ໜຶ່ງໃນນັກວິທະຍາສາດທີ່ລົງຊື່ເຖິງ WHO ຍັງກ່າວວ່າ ດ້ວຍຂໍ້ສັນນິຖານໃໝ່ນີ້ມາດຕະການປ້ອງກັນການຕິດເຊື້ອນັ້ນອາດຈະຕ້ອງເພີ່ມມາດຕະການປ້ອງກັນການແຜ່ລະບາດທາງອາກາດເພີ່ມເຕີມຄືກັນ. WHO ອອກມາກ່າວວ່າ ກຳລັງໃຫ້ຜູ້ຊ່ຽວຊານດ້ານເທັກນິກຂອງອົງກອນທົບທວນຂອງສັນນິຖານທີ່ທາງນັກວິທະຍາສາດສະເໜີ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...