spot_img
Homeຂ່າວຕ່າງປະເທດນັກບູຮານຄະດີພົບສິ່ງປຸກສ້າງເກົ່າແກ່ລັກສະນະເໝືອນພິຣະມິດສຳລັບຟາໂຣ ເຊື່ອວ່າມີຄວາມເກົ່າແກ່ທີ່ສຸດ

ນັກບູຮານຄະດີພົບສິ່ງປຸກສ້າງເກົ່າແກ່ລັກສະນະເໝືອນພິຣະມິດສຳລັບຟາໂຣ ເຊື່ອວ່າມີຄວາມເກົ່າແກ່ທີ່ສຸດ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກບູຮານຄະດີ ຊາຣ໌ຍາຄິນສະກີ້ ໃນລັດຄາຣາກັນດາ ປະເທດຄາຊັດສະຖານ ພົບສິ່ງປຸກສ້າງເກົ່າແກ່ເຊິ່ງມີລັກສະນະເປັນພິຣະມິດສຳລັບຟາໂຣ ນັກບູຮານຄະດີວິເຄາະວ່າ ພິຣະມິດດັ່ງກ່າວ ມີອາຍຸຫຼາຍກວ່າ 3,000-3,500 ປີ ເຊິ່ງນັບວ່າເກົ່າແກ່ກວ່າພິຣະມິດໂຈເຊີ ທີ່ຢູ່ໃນອີຢິບ ພິຣະມິດຍຸກທຳອິດ ທີ່ຖືກຂະໜານນາມວ່າ ເປັນພິຣະມິດທີ່ເກົ່າແກ່ທີ່ສຸດໃນໂລກ

ຜົນການສຶກສາພົບວ່າ ພິຣະມິດທີ່ພົບໃນຄາຊັດສະຖານນີ້ສ້າງຂຶ້ນເພື່ອປົກຄອງຊົນເຜົ່າຊ່ວງປາຍຍຸກສຳຣິດ ມີລັກສະນະຄ້າຍກັບພິຣະມິດໂຈເຊີ  ມີຄວາມສູງປານກາງ ມີເສັ້ນຜ່ານສູນສຸດກາງຖານບໍ່ກ້ວາງປານໃດ

ຢ່າງໃດກໍ່ຕາມ ພິຣະມິດນີ້ຄືືພິຣະມິດແຫ່ງທຳອິດທີ່ພົບໃນປະເທດນີ້ ແລະ ຖືກພົບໃນປີ 2015 ໂດຍນັກບູຮານຄະດີຈຳເປັນຕ້ອງສຶກສາຫຼັກຖານຕ່າງໆຕໍ່ໄປ ເພື່ອຢືນຢັນຂໍ້ມູນ ໂດຍຫຼັກຖານຕ່າງໆ ຈະຖືກສົ່ງໄປທີ່ພິພິດຕະພັນບູຮານຄະດີ Karaganda

 

ຂໍ້ມູນຈາກ: http://news.mthai.com/hot-news/world-news/513900.html

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...