spot_img
Home​ຂ່າວບັນເທິງນັກບັນເລທີ່ມີຊື່ສຽງຂອງຄິວບາຈະສະແດງຢູ່ໃນຄອນຫຼວງວຽງຈັນໃນວັນທີ 21 ສິງຫານີ້

ນັກບັນເລທີ່ມີຊື່ສຽງຂອງຄິວບາຈະສະແດງຢູ່ໃນຄອນຫຼວງວຽງຈັນໃນວັນທີ 21 ສິງຫານີ້

Published on

ທ່ານ ນາງ ແອນນາ ອຸປະທູດປະເທດຄິວບາປະຈຳລາວໄດ້ຖະແຫຼງຕໍ່ສື່ມວນຊົນໃນວັນທີ 18 ສິງຫານີ້ວ່າ: ນາງ ວຽງໄຊ ໄວເດສ໌ ນັກເຕັ້ນບັນເລ ( Ballet ) ທີ່ມີຊື່ສຽງຈາກປະເທດກູບາຈະສະ ແດງເຕັ້ນດັ່ງກ່າວຢູ່ນະຄອນຫຼວງວຽງຈັນໃນວັນທີ 21 ສິງຫານີ້, ທີ່ຫໍວັດທະນາທຳແຫ່ງຊາດ ເພື່ອແລກປ່ຽນທາງດ້ານວັດທະນາທຳແລ້ວ, ລາວຍັງເນັ້ນໃສ່ສົ່ງເສີມມິດຕະພາບລະຫວ່າງລາວ ແລະ ກູບາໃຫ້ແຫນ້ນແຟ້ນຍິ່ງຂຶ້ນນາງວຽງໄຊ ໄອເດສ ນອກຈາກຈເປັນນັກບັນເລທີ່ມີຊື່ສຽງແລ້ວ, ຍັງເປັນຮອງປະທານສະມາຄົມມິດຕະພາບລາວ-ກູບາ ສ່ວນຊື່ຂອງລາວທີ່ວ່າ: ວຽງໄຊ ແມ່ນຕັ້ງຕາມຄົນລາວ, ເນື່ອງຈາກວ່າພໍຂອງເພິ່ນເຄີຍເປັນທູດກູບາຄົນທຳອິດປະຈຳລາວ ແລະ ມີຄວາມມັກຮັກໃນປະ ເທດລາວຫຼາຍ. ໂອກາດນີ້ທ່ານອຸປະທູດໄດ້ເຊີນທຸກຊາວນະຄອນຫລວງວຽງຈັນເຂົ້າຮ່ວມຊົມງານສະແດງໃນຄັ້ງນີ້ດ້ວຍ.

 

ທີ່ມາຈາກ: ໜັງສືພິມ ລາວພັດທະນາ

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...