spot_img
Home​ຂ່າວທ່ອງທ່ຽວນັກທ່ອງທ່ຽວຈາກພາກພື້ນອາຊີກວມອັດຕາສ່ວນຫຼາຍທີ່ສຸດ ທີ່ເຂົ້າມາຢ້ຽມຢາມ ສປປ ລາວ

ນັກທ່ອງທ່ຽວຈາກພາກພື້ນອາຊີກວມອັດຕາສ່ວນຫຼາຍທີ່ສຸດ ທີ່ເຂົ້າມາຢ້ຽມຢາມ ສປປ ລາວ

Published on

ນັກທ່ອງທ່ຽວທີ່ເຂົ້າມາຢ້ຽມຢາມ ສປປ ລາວ ສ່ວນຫຼາຍມາຈາກປະເທດ ໄທ, ສສ ຫວຽດນາມ, ສປ ຈີນ, ສ. ເກົາຫຼີ, ອາເມລິກາ, ລັດເຊຍ ແລະ ຝຣັ່ງ. ໃນນີ້ນັກທ່ອງທ່ຽວຈາກພາກພື້ນອາຊີກວມອັດຕາສ່ວນຫຼາຍທີ່ສຸດ ເນື່ອງຈາກການເດີນທາງເຂົ້າມາໃກ້ກວ່າ, ຄວາມສະດວກຂອງເສັ້ນທາງລົດໄຟ ລາວ-ຈີນ ທີ່ໄດ້ຮັບການໂຄສະນາຈາກ ສື່ສັງຄົມອອນລາຍຫຼາຍສໍານັກ, ມີຊາຍແດນຕິດຈອດກັນ ແລະ ມີສາຍການບິນໂດຍກົງເຂົ້າມາ ສປປ ລາວ ຊຶ່ງ ສອດຄ່ອງກັບພຶດຕິກໍາຂອງນັກທ່ອງທ່ຽວພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ນັກທ່ອງທ່ຽວສ່ວນຫຼາຍນິຍົມເດີນທາງທ່ອງທ່ຽວຢູ່ເຂດໃກ້ຄຽງ.

ໃນ 9 ເດືອນຕົ້ນປີ 2023, ນັກທ່ອງທ່ຽວຈາກປະເທດໄທ ເປັນອັນດັບທີ່ໜຶ່ງ ທີ່ເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ມີຈໍານວນ 999.481 ເທື່ອຄົນ, ກວມເອົາ 42.6%. ເນື່ອງຈາກວ່າມີຄວາມສະດວກໃນການເດີນທາງ ເປັນຕົ້ນ ແມ່ນເສັ້ນທາງລົດໄຟ ລາວ-ຈີນ, ມີພາສາ ແລະ ວັດທະນະທໍາທີ່ຄ້າຍຄືກັນ.

ອັນດັບທີ່ສອງ ນັກທ່ອງທ່ຽວຈາກ ປະເທດ ສສ ຫວຽດນາມ ມີຈໍານວນ 608.678 ເທື່ອຄົນ, ກວມເອົາ 25.9% ຊຶ່ງ ປະເທດ ສສ ຫວຽດນາມ ກໍເປັນ ປະເທດໜຶ່ງທີ່ມີຊາຍແດນຕິດຈອດກັນ ແລະ ໄດ້ມີການເດີນທາງ ເຂົ້າ-ອອກ ປະເທດຢ່າງຕໍ່ເນື່ອງ, ເຮັດໃຫ້ມີຈໍານວນນັກທ່ອງທ່ຽວເຂົ້າມາໃນ ສປປ ລາວ ເປັນຈໍານວນຫຼວງຫຼາຍ.

ອັນດັບທີ່ສາມ ແມ່ນນັກທ່ອງທ່ຽວຈາກ ສປ ຈີນ ມີຈໍານວນ 478,797 ເທື່ອຄົນ, ກວມເອົາ 20.4%, ໂດຍມີຄວາມສະດວກໃນການເດີນທາງ (ເຮືອບິນ ແລະ ລົດໄຟ ລາວ-ຈີນ).

ນອກຈາກນີ້ຍັງມີປະເທດ ສ. ເກົາຫຼີ ທີ່ມີນັກທ່ອງທ່ຽວໃຫ້ຄວາມສົນໃຈເຂົ້າມາທ່ຽວ ສປປ ລາວ ມີ ຈໍານວນ 102,523 ເທື່ອຄົນ, ກວມເອົາ 4.4% ຍ້ອນມີຄວາມສະດວກໃນການເດີນທາງ (ມີສາຍການບິນໂດຍກົງ) ແລະ ຄວາມມັກຮັກໃນທໍາມະຊາດ.

ແຫຼ່ງຂ່າວ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...