spot_img
Homeຂ່າວພາຍ​ໃນນັກທຸລະກິດຈີນພົບບັນຫາເລື່ອງການສົ່ງອອກໝາກຖົ່ວເບີຈາກລາວໄປ ສປ ຈີນ

ນັກທຸລະກິດຈີນພົບບັນຫາເລື່ອງການສົ່ງອອກໝາກຖົ່ວເບີຈາກລາວໄປ ສປ ຈີນ

Published on

ນັກລົງທຶນປູກພຶດກະສິກໍາຢູ່ລາວ ໂດຍສະເພາະນັກລົງທຶນທີ່ປູກໜາກຖົ່ວເບີ ພົບບັນຫາເລື່ອງການສົ່ງອອກພຶດກະສິກໍາຈາກລາວ ໄປ ສປ ຈີນ ຍ້ອນວ່າລັດຖະບານຈີນບໍ່ອະນຸຍາດໃຫ້ນໍາເຂົ້າ ດັ່ງນັ້ນພວກເຂົາຈຶ່ງຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ຊ່ວຍເຫຼືອເພື່ອຫຼຸດຜ່ອນຜົນກະທົບ.

ທ່ານ ສົມໄຈ ບຸນໄຊທິບ ຕາງໜ້າໃຫ້ນັກລົງທຶນຕ່າງປະເທດ ຫຼື ບໍລິສັດຕ່າງປະເທດ ທີ່ໄດ້ລົງທຶນສົ່ງເສີມປະຊາຊົນປູກໝາກຖົ່ວເບີ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ກ່າວກ່ຽວການພົບບັນຫາເລື່ອງການສົ່ງອອກໝາກຖົ່ວເບີວ່າ: ປັດຈຸບັນທາງບໍລິສັດບໍ່ ສາມາດສົ່ງ ໝາກຖົ່ວເບີ ໄປ ສປ ຈີນໄດ້ ຍ້ອນວ່າເຈົ້າໜ້າທີ່ຝ່າຍຈີນບໍ່ອະນຸຍາດໃຫ້ນຳເຂົ້າ ໂດຍບໍ່ຮູ້ສາເຫດ, ສ່ວນເຈົ້າໜ້າທີ່ຝ່າຍລາວແມ່ນໄດ້ອະນຸມັດຖືກຕ້ອງຕາມລະບຽບແລ້ວ ໂດຍມີໝາກຖົ່ວເບີ 80 ໂຕນທີ່ຍັງບໍ່ໄດ້ສົ່ງອອກຄ້າງໃນລົດຂົນສົ່ງເປັນເວລາຫຼາຍວັນ, ເຮັດໃຫ້ໝາກຖົ່ວເສຍຄຸນນະພາບ ແລະ ເໜົ່າເປື່ອຍ ຄິດໄລ່ແລ້ວມີມູນຄ່າເສຍຫາຍ 1.000 ຢວນຕໍ່ມື້. ມາຮອດວັນທີ 13 ທັນວາ 2020 ທາງບໍລິ ສັດຈຶ່ງໄດ້ຕັດສີນໃຈນໍາເອົາໝາກຖົ່ວ ໄປຖອກຖິ້ມຢູ່ສະໜາມຂີ້ເຫຍື້ອ, ສ່ວນທີ່ຍັງດີ ແລະ ກິນໄດ້ແມ່ນໄດ້ແຈກຢາຍໃຫ້ປະຊາຊົນໄປ ບໍລິໂພກ, ເຊິ່ງລວມມີໝາກຖົ່ວທັງໝົດຈຳນວນ 80 ກວ່າໂຕນ, ມູນຄ່າເສຍຫາຍທັງໝົດ 8 ແສນກວ່າຢວນ ຄິດເປັນເງິນກີບ 1,2 ຕື້ກວ່າກີບ.

ທ່ານ ສົມໄຈ ໄດ້ກ່າວຕື່ມວ່າ: ຂໍຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງໃຫ້ການຊ່ວຍເຫຼືອ ແລະ ຊ່ວຍແກ້ໄຂເພື່ອເຮັດໃຫ້ໝາກຖົ່ວເບີສາມາດສົ່ງອອກໄປ ສປ ຈີນໄດ້. ຜ່ານມາທາງບໍລິສັດໄດ້ສົ່ງເສີມປະຊາຊົນປູກໝາກຖົ່ວເບີ ຢູ່ເມືອງຕົ້ນເຜິ້ງ  ແຂວງ ບໍ່ແກ້ວມາເປັນເວລາ 5 ປີແລ້ວ, ໃນແຕ່ລະປີການສົ່ງອອກແມ່ນບໍ່ມີບັນຫາ, ແຕ່ຕົກມາ ປີ 2020 ນີ້ ໄດ້ພົບຄວາມຍຸ້ງຍາກ, ເນື່ອງຈາກວ່າທາງ ສປ ຈີນ ບໍ່ອະນຸ ຍາດໃຫ້ນຳເຂົ້າ ແລະ ທາງບໍລິສັດ ກໍຍັງບໍ່ທັນຮູ້ສາຍເຫດທີ່ຊັດເຈນ. ປັດຈຸບັນ ປະຊາຊົນພວມເລັ່ງເກັບກູ້ຜົນລະປູກ ເຊິ່ງ ໄດ້ເລີ່ມມາແຕ່ເດືອນ ພະຈິກ 2020 ແລະ ຈະເກັບກູ້ໄປຮອດທ້າຍເດືອນ ພຶດສະພາ 2021 ຈຶ່ງຈະສຳເລັດ, ຖ້າເກັບກູ້ສໍາເລັດຈະໄດ້ 700-800 ຖ້ຽວລົດຄອນເທັນເນີ ໃນຈໍານວນ 22 ພັນກ່ວາໂຕນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...