spot_img
Homeຂ່າວຕ່າງປະເທດນັກກິລາໝາກຮຸກຍິງ ຂອງອີຣ່ານລົົງແຂ່ງຂັນໂດຍບໍ່ໃສ່ຜ້າຄຸມຫົວ

ນັກກິລາໝາກຮຸກຍິງ ຂອງອີຣ່ານລົົງແຂ່ງຂັນໂດຍບໍ່ໃສ່ຜ້າຄຸມຫົວ

Published on

ເມື່ອບໍ່ດົນມານີ້, Sara Khadem, ນັກກິລາໝາກຮຸກຍິງລະດັບຕົ້ນໆຂອງອີຣ່ານ, ເຂົ້າຮ່ວມການແຂ່ງຂັນຊິງແຊ້ມໂລກໂດຍທີ່ບໍ່ໃສ່ຜ້າຄຸມຫົວ (hijab) ທ່າມກາງ​ການປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ທີ່​ເກີດ​ຂຶ້ນ​ນັບ​ແຕ່​ເດືອນ​ກັນຍາ​ເປັນ​ຕົ້ນ​ມາ.

ໃນລະຫວ່າງການແຂ່ງຂັນ FIDE World Rapid and Blitz Chess Championship ທີ່ປະເທດຄາຊັກສະຖານ, Kadem ເຂົ້າແຂ່ງຂັນໂດຍບໍ່ໃສ່ຜ້າຄຸມ, ເຊິ່ງເຮັດໃຫ້ຄົນທົ່ວທຸກມຸມໂລກໃຫ້ຄວາມສົນໃຈກັບເລື່ອງນີ້.

ຫຼ້າສຸດ ຫນັງສືພິມແອັດປາຍ El País ລາຍງານວ່າ: Kadem ບໍ່ມີແຜນທີ່ຈະກັບຄືນໄປອີຣ່ານຫຼັງຈາກຈົບການແຂ່ງຂັນ, ແຕ່ວ່າລາວ, ສາມີ ແລະ ລູກ ຈະໄປຕັ້ງຖິ່ນຖານຢູ່ໃນເມືອງແອັດສະປາຍແທນ. ເນື່ອງຈາກຢ້ານ​ວ່າ​ລັດ​ຈະ​ໃຊ້​ກຳລັງ​ແລະ​ຄວາມ​ຮຸນ​ແຮງ​ເພື່ອຕອບໂຕ້ ແລະ ຈັດການ.

ສຳລັບ Kadem ເປັນນັກກິລາໝາກຮຸກທີ່ມີອາຍຸພຽງແຕ່ 25 ປີ ເປັນນັກກິລາອັນດັບທີ 804 ຂອງໂລກ ແລະ ອັນດັບ 10 ຂອງອີຣ່ານ, ແລະ ເປັນນັກກິລາຍິງຄົນຫຼ້າສຸດຈາກອີຣ່ານ ທີ່ບໍ່ໄດ້ໃສ່ຜ້າຄຸມຫົວ (hijab), ຢ່າງໃດກໍຕາມ ນີ້​ບໍ່​ແມ່ນ​ເທື່ອ​ທຳ​ອິດ​ທີ່​ນັກ​ກິ​ລາ​ຍິງ​ຂອງ​ອີ​ຣ່ານ​ບໍ່​ໄດ້​ໃສ່ຜ້າຄຸມຫົວ (hijabs) ເຂົ້າໃນ​ການ​ແຂ່ງ​ຂັນ ເພາະກ່ອນໜ້ານີ້ Elnaz Rekabi ນັກປີນຜາ ອາຍຸ 33 ປີ ໄດ້ເຂົ້າແຂ່ງຂັນຊິງແຊ້ມໂລກ ເມື່ອບໍ່ດົນມານີ້ ໂດຍບໍ່ໃສ່ຜ້າຄຸມຫົວ ແຕ່ຕໍ່ມານາງປະຕິເສດວ່າບໍ່ໄດ້ຕັ້ງໃຈ.

ອ້າງອິງ: The Matter

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...