spot_img
Homeຂ່າວທ້ອງຖິ່ນນະຄອນຫຼວງ ເດີນໜ້າຈັດສັນຄວາມເປັນລະບຽບ ສ້າງເປັນເມືອງໜ້າຢູ່

ນະຄອນຫຼວງ ເດີນໜ້າຈັດສັນຄວາມເປັນລະບຽບ ສ້າງເປັນເມືອງໜ້າຢູ່

Published on

ອຳນາດ​ການ​ປົກຄອງ ນວ ເລັ່ງ​ຈັດ​ສັນ​ຄວາມ​ເປັນ​ລະບຽບຮຽບ​ຮ້ອຍ​ໃນ​ຕົວ​ເມືອງ ແລະ ຊານເມືອງ ໂດຍ​ເນັ້ນ​ຈັດ​ຕັ້ງ​ປະຕິບັດ​ການ​ຈັດ​ຄວາມ​ເປັນ​ລະບຽບຮຽບ​ຮ້ອຍ​ແຕ່​ຕົວ​ເມືອງ​ອອກ​ໄປຫາ​ຊານເມືອງ ເພື່ອ​ຍົກ​ສູງ​ບົດບາດ​ຂອງ ນວ ໃຫ້​ໂດດ​ເດັ່ນ​ໃນຖານະ​ເປັນ​ເມືອງ​ຫຼວງ​ຂອງ​ປະເທດ ພ້ອມ​ທັງ​ຮັບປະກັນ​ໃຫ້​ນະຄອນ​ຫຼວງ​ວຽງ​ຈັນ ​ຫຼຸດ​ພົ້ນ​ອອກຈາກ​ສະຖານະ​ຄວາມ​ດ້ອຍ​ພັດທະ​ນາ ເປັນ​ຕົວ​ເມືອງ​ໜ້າ​ຢູ່ ແລະ ກາຍເປັນ​ຕົວ​ເມືອງ​ທີ່​ມີ​ການ​ພັດທະ​ນາ​ທີ່​ທັນ​ສະໄໝ.

ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ໄດ້​ໃຫ້​ສຳພາດ​ທີ່​ໂທລະພາບ​ແຫ່ງຊາດ ມີ​ບາງ​ຕອນ​ກ່າວ​ວ່າ: ການຈັດ​ສັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍໃນ ນວ ໄດ້​ສຸມ​ໃສ່ 4 ຂົງເຂດ 11 ກິດຈະກຳ ໃນ​ນັ້ນ ຄວາມບໍ່​ເປັນ​ລະບຽບ​ຮຽບ​ຮ້ອຍ​ໃນ​ຂົງເຂດ​ການ​ຄ້າ​ມີ: 2 ກິດຈະກຳ ຄື: ຈັດ​ສັນ​ບັນດາ​ກິດຈະກຳ​ທີ່​ລົ້ນ​ຕະຫຼາດ​ຄືນໃໝ່ ການ​ຂາຍເຄື່ອງນອກ​ທີ່​ຕັ້ງ​ທີ່​ກຳນົດ​ໄວ້​ໃນ​ໃບ​ອະນຸຍາດ ຄວາມ​ບໍ່​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ຂົງເຂດ​ໂຍທາ​ທິ​ການ ແລະ ຂົນສົ່ງ ນວ ມີ 5 ກິດຈະກຳ ຄື: ແກ້​ໄຂ​ທິດ​ທາງ​ການ​ສັນຈອນບາງ​ເສັ້ນທາງ​ໃຫ້​ສັນຈອນ​ທິດທາງ​ດຽວ ແກ້​ໄຂ​ການ​ຈອດ​ລົດການ​ເຂົ້າ-ອອກ ແລະ ເຄື່ອນໄຫວ​ໃນ​ເມືອງ​ຂອງ​ລົດ​ບັນທຸກ​ລົດຮັບ​ໃຊ້​ການ​ກໍ່ສ້າງ ຈັດ​ສັນ​ຈຸດຈອດ​ລົດ​ຄືນໃໝ່ ຈັດ​ສັນ​ບັນດາສະຖານີ (ຄິວ​ລົດ) ຄືນໃໝ່ ຮື້ຖອນ​ສິ່ງ​ຕໍ່​ເຕີມ​ກໍ່ສ້າງ​ບໍ່​ຖືກຕ້ອງກັບ​ແຜນຜັງ ແລະ ສິ່ງ​ຮົກເຮື້ອຕາມ​ຖະໜົນຫຼວງ ແລະ ເສັ້ນທາງ​ສຳຄັນ​ໃນ​ເທສະ​ບານ ແລະ ຮື້​ຖອນ​ປ້າຍ​ໂຄສະນາ​ທຸກ​ຊະນິດ ທີ່​ຕິດ​ຕັ້ງ​ບໍ່​ຖືກ​ລະບຽບ​ການ ແກ້ໄຂ​ສິ່ງ​ກີດຂວາງ​ຕາມ​ທາງ​ຄົນຍ່າງ ແລະ ຕາມ​ເຂດ​ສາ​ທາ​ລະນະ ຈັດ​ສັນ​ຄວາມ​ບໍ່​ເປັນ​ລະບຽບຮຽບ​ຮ້ອຍ​ໃນ​ກິດຈະກຳ​ກໍ່ສ້າງ ແລະ ສ້ອມແປງ​ຕຶກ​ອາຄານ.

 

ແຫ່ງຂ່າວ: ໜັງສືພິມວຽງຈັນໃຫມ່

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...