spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມນະຄອນຫຼວງເອົາໃຈໃສ່ປ້ອງກັນໄຂ້ເລືອດອອກຢ່າງມີປະສິດທິຜົນ

ນະຄອນຫຼວງເອົາໃຈໃສ່ປ້ອງກັນໄຂ້ເລືອດອອກຢ່າງມີປະສິດທິຜົນ

Published on

ຕາມການລາຍງານຂອງໜ່ວຍເຝົ້າລະວັງພະຍາດ, ພະແນກສາທາລະນະສຸກນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ນັບແຕ່ເດືອນທັນວາ 2015 ມາຮອດປັດຈຸບັນ, ທົ່ວນະຄອນຫຼວງວຽງຈັນມີຈຳ ນວນຜູ້ຕິດເຊື້ອໄຂ້ເລືອດອອກປະມານ 40 ກວ່າກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ, ທຽບໃສ່ໄລຍະດຽວກັນຂອງປີຜ່ານໆມາແລ້ວເຫັນວ່າຫຼຸດລົງຫຼາຍ, ທັງນີ້ກໍຍ້ອນຄວາມເອົາໃຈໃສ່ຕິດຕາມ, ເຝົ້າລະວັງ,ປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວຢ່າງມີປະສິດທິພາບຂອງພາກສ່ວນກ່ຽວຂ້ອງສາທາລະນະສຸກ,ອຳນາດການປົກຄອງ, ກໍຄືການມີສ່ວນຮ່ວມຂອງປະຊາຊົນໃນການທຳລາຍແຫຼ່ງເພາະພັນຂອງຍຸງລາຍ,ໂດຍການປະຕິບັດຕາມຄຳຂັວນ 5 ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ,ຈຶ່ງເຮັດໃຫ້ປີນີ້ບໍ່ມີການລະບາດຂອງພະຍາດໄຂ້ເລືອດ

ອອກ, ເຖິງຢ່າງໃດກໍດີເພື່ອສືບຕໍ່ເຝົ້າລະວັງ,ປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວບໍ່ໃຫ້ເກີດລະບາດຂື້ນອີກດັ່ງທີ່ເຄີຍເປັນມາ,ຈຶ່ງຮຽກຮ້ອງໃຫ້ອຳນາດການປົກຄອງ ແລະ ປະຊາຊົນສືບຕໍ່ເຝົ້າລະວັງ ແລະ ທຳລາຍແຫຼ່ງເພາະພັນຂອງຍຸງລາຍ,ໂດຍການປະຕິບັດຕາມຄຳຂັວນ 5 ປ ຢ່າງເຂັ້ມງວດຈົນກວ່າພະຍາດນີ້ຈະດັບສູນໄປຄື:  1 ປິດຝາພາສະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂໃສ່,2 ປ່ຽນນ້ຳໃນພາສະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖານຮອງຈອກ. 3 ປ່ອຍປາຫາງ ນົກຍົກເພື່ອກິນໜອນນ້ຳ, 4 ປັບປຸງສິ່ງ ແວດລ້ອມອອ້ມເຮືອນບໍ່ໃຫ້ມີກະໂປະ, ກະປ່ອງ, ຢາງຕີນລົດເກົ່າທີມີນ້ຳຂັງ, 5 ປະຕິບັດໃຫ້ເປັນນິດໃສປະຈຳທຸກໆອາທິດ,ຖ້າເປັນໄຂ້ໃຫ້ໄປພົບແພດໝໍພຽງເທົ່ານີ້ກໍຈະສາມາດກຳຈັດໄຂ້ເລືອດອອກໄດ້.

ຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...