ນະຄອນຫຼວງເລັ່ງແກ້ໄຂຍານພາຫະນະນຳເຂົ້າບໍ່ຖືກຕ້ອງ

ນະຄອນຫຼວງວຽງຈັນກຳລັງເລັ່ງແກ້ໄຂຍານພາຫະນະນຳເຂົ້າທີ່ບໍ່ຖືກຕ້ອງ ເຊິ່ງມີໄວ້ຄອບຄອງ, ນຳໃຊ້ຂອງບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ໂດຍກຳນົດໃຫ້ບຸກຄົນ, ນິຕິບຸກຄົນ ລວມທັງອົງການຈັດຕັ້ງພາຍໃນນະຄອນຫຼວງວຽງຈັນທີ່ຄອບຄອງຍານພາຫະນະນຳເຂົ້າບໍ່ຖືກຕ້ອງດັ່ງກ່າວ ນຳເອົາເອກະສານ ແລະຍານພາຫະນະຕົວຈິງມາແຈ້ງຂຶ້ນບັນຊີບໍ່ໃຫ້ກາຍວັນທີ 5 ພະຈິກ ທີ່ຈະມາເຖິງນີ້.

ອີງຕາມແຈ້ງການຂອງ ກົມພາສີ, ກະຊວງການເງິນ ໃນວັນທີ 11 ຕຸລາ 2021, ພະແນກສືບສວນ-ສອບສວນ ແລະປາບປາມລັກລອບໜີພາສີ ໄດ້ແຈ້ງມາຍັງບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງພາຍໃນນະຄອນຫຼວງວຽງຈັນ ຜູ້ທີ່ຄອບຄອງ, ນຳໃຊ້ຍານພາຫະນະນຳເຂົ້າບໍ່ຖືກຕ້ອງ ແມ່ນໃຫ້ນຳເອົາເອກະສານ ແລະຍານພາຫະນະຕົວຈິງມາແຈ້ງຂຶ້ນບັນຊີກັບພະແນກສືບສວນ-ສອບສວນ ແລະປາບປາມລັກລອບໜີພາສີ ເພື່ອເກັບກຳຂໍ້ມູນ ແລະສະພາບເຕັກນິກ ເພື່ອແກ້ໄຂ, ເສຍພາສີອາກອນໃຫ້ຖືກຕ້ອງຕາມກົດໝາຍ.

ກຳນົດເວລາຮັບແຈ້ງຂຶ້ນບັນຊີຍານພາຫະນະແມ່ນເລີ່ມແຕ່ວັນທີ 12 ຕຸລາ 2021 ຫາວັນທີ 5 ພະຈິກ 2021. ຖ້າມີການແຈ້ງເກີນເວລາທີ່ກຳນົດໄວ້ ຫຼື ກໍລະນີເຈົ້າໜ້າທີ່ກວດກາພົບເຫັນ ຫຼື ຢຶດຍານພາຫະນະດັ່ງກ່າວໄດ້ ແມ່ນຈະຖືກປະຕິບັດມາດຕະການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ.