ນະຄອນຫຼວງວຽງຈັນ ບໍ່ຄວນຈະຂະຫຍາຍຕົວໃຫຍ່ກວ້າງຈົນເກີນໄປ

0
3238

ລັດຖະບານເນັ້ນ! ການພັດທະນານະຄອນຫຼວງວຽງຈັນ ບໍ່ຄວນຈະຂະຫຍາຍຕົວໃຫຍ່ກວ້າງຈົນເກີນໄປ ແຕ່ໃຫ້ເອົາໃຈໃສ່ຂະຫຍາຍການພັດທະນາໄປສູ່ແຂວງຕ່າງໆ; ການວາງແຜນພັດທະນາຕົວເມືອງນະຄອນຫຼວງວຽງຈັນ ຕ້ອງເຮັດໄປຕາມທິດ “6 ສ” ວາງອອກໃຫ້ປະກົດຜົນເປັນຈິງ ພ້ອມທັງເຄັ່ງຄັດໃນການປະຕິບັດກົດໝາຍຜັງເມືອງວາງອອກ ຖ້າມີການລະເມີດແມ່ນໃຫ້ປະຕິບັດຕາມກົດໝາຍ, ລະບຽບການຢ່າງເຂັ້ມງວດ.

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ກຸມພາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 19 ແລະ ປິດລົງໃນວັນທີ 20 ກຸມພາ ທີ່ສໍານັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ ເຊິ່ງ ລັດຖະບານ ໄດ້ພ້ອມກັນປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາ 7 ເອກະສານສໍາຄັນ. ເວົ້າສະເພາະບົດລາຍງານກ່ຽວກັບແຜນຜັງລວມຕົວເມືອງນະຄອນຫຼວງວຽງຈັນ ຮອດປີ 2030 ໂດຍການນວາງແຜນພັດທະນາຕົວເມືອງນະຄອນຫຼວງວຽງຈັນ ເມື່ອວາງອອກແລ້ວຕ້ອງສາມາດຈັດຕັ້ງປະຕິບັດໄດ້ຖືກກັບຕົວຈິງ. ພ້ອມດຽວກັນນີ້, ໃຫ້ເອົາໃຈໃສ່ໃນການກວດກາຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດ, ການວາງຜັງເມືອງໃນໄລຍະທີ່ຜ່ານມາ ມີຫຍັງແດ່ທີ່ສາມາດປະຕິບັດໄດ້, ມີອັນໃດແດ່ທີ່ຖືກລະເມີດ ແລະ ອັນໃດທີ່ພວມຈະມີການລະເມີດ ເພື່ອມີວິທີການສະກັດກັ້ນ, ເອົາໃຈໃສ່ໃນການຄຸ້ມຄອງ ແລະ ເຄັ່ງຄັດໃນການປະຕິບັດກົດໝາຍຜັງເມືອງວາງອອກ ຖ້າມີການລະເມີດແມ່ນໃຫ້ມີການປະຕິບັດຕາມກົດໝາຍ, ລະບຽບການ ຢ່າງເຂັ້ມງວດ.

ການວາງແຜນຂະຫຍາຍຕົວເມືອງນະຄອນຫຼວງວຽງຈັນ ບໍ່ຄວນຈະຂະຫຍາຍຕົວໃຫຍ່ກວ້າງຈົນເກີນໄປ, ສໍາຄັນໃຫ້ເອົາໃຈໃສ່ໃນການຂະຫຍາຍການພັດທະນາໃຫ້ໄປສູ່ແຂວງຕ່າງໆ; ການວາງແຜນພັດທະນາຕົວເມືອງ ນະຄອນຫຼວງວຽງຈັນ ຕ້ອງເຮັດໄປຕາມທິດ “6 ສ” ວາງອອກໃຫ້ປະກົດຜົນເປັນຈິງ. ​ນອກນັ້ນ, ຕ້ອງເອົາໃຈໃສ່ໃນການຈັດສັນເຂດພັດທະນາຕ່າງໆໃຫ້ດີເປັນຕົ້ນ : ເຂດການຜະລິດກະສິກຳ, ເຂດອະນຸລັກ, ເຂດສໍານັກງານອົງການ, ເຂດເສດຖະກິດພິເສດ, ເຂດທໍາການຜະລິດອຸດສາຫະກໍາ ແລະ ອື່ນໆ, ແຕ່ຕ້ອງເອົາໃຈໃສ່ການຄຸ້ມຄອງ, ສຳລັບໄລຍະເວລາຂອງແຜນພັດທະນາດັ່ງກ່າວ, ຕ້ອງໄດ້ກໍານົດເປັນແຕ່ລະໄລຍະ, ເປັນຕົ້ນ, ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວຮອດປີ 2050 ພາຍຫຼັງປັບປຸງແລ້ວໃຫ້ນໍາສະເໜີຂໍທິດຊີ້ນໍາ ຈາກກົມການເມືອງສູນກາງພັກ ກ່ອນນໍາສະເໜີຕໍ່ກອງປະຊຸມສະພາແຫ່ງຊາດພິຈາລະນາຮັບຮອງ.

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: Lao National Radio