spot_img
Homeນານາສາລະນອນໜ້ອຍສົ່ງຜົນຮ້າຍແນວໃດຕໍ່ຮ່າງກາຍ?

ນອນໜ້ອຍສົ່ງຜົນຮ້າຍແນວໃດຕໍ່ຮ່າງກາຍ?

Published on

ຮູ້ ຫຼື ບໍ່ວ່າ ການພັກຜ່ອນໜ້ອຍ ຫຼື ພັກຜ່ອນບໍ່ພຽງພໍໃນແຕ່ລະວັນຈະສົ່ງຜົນກະທົບຫຼາຍຢ່າງຕໍ່ຮ່າງກາຍຂອງເຮົາ! ນອນໜ້ອຍສ່ຳໃດຈຶ່ງເອີ້ນວ່າພັກຜ່ອນບໍ່ພຽງພໍ? ຄຳຕອບກໍຄື ການທີ່ຮ່າງກາຍປະສົບກັບພາວະພັກຜ່ອນບໍ່ພຽງພໍຈະເຮັດໃຫ້ຮູ້ສຶກເໝື່ອຍ ທັງຍັງສົ່ງຜົນຕໍ່ອາລົມ ການໃຊ້ຊີວິດປະຈຳວັນ ແລະ ອື່ນໆທີ່ອາດເຮັດໃຫ້ຮູ້ສຶກຫງຸດງິດ ແລະ ສົ່ງຜົນໃຫ້ການຕັດສິນໃຈຊ້າລົງ ນອກ ຈາກນີ້ ການພັກຜ່ອນບໍ່ພຽງພໍຍັງເຮັດໃຫ້ສ່ຽງເກີດອາການເຈັບປ່ວຍ ແລະ ບັນຫາສຸຂະພາບຫຼາຍຢ່າງບໍ່ວ່າຈະເປັນພະຍາດເບົາ ຫວານ ພະຍາດຫົວ ໃຈ ແລະ ພະຍາດຕຸ້ຍ ເຫຼົ່ານີ້ເປັນຕົ້ນ.

ການພັກຜ່ອນທີ່ພຽງພໍຄື ໂດຍປົກກະຕິແລ້ວຮ່າງກາຍຂອງແຕ່ລະຄົນຕ້ອງການນອກຫຼັບພັກຜ່ອນໜ້ອຍ-ຫຼາຍແຕກຕ່າງກັນ ແລະ ຄວາວມຕ້ອງການພັກຜ່ອນນີ້ກໍຍັງປ່ຽນແປງໄປຕາມອາຍຸຊຶ່ງແບ່ງອອກເປັນດັ່ງນີ້ ເດັກອ່ອນຄວນນອນວັນລະ 16-18 ຊົ່ວໂມງ ເດັກໄວຮຽນ 10-12 ຊົ່ວໂມງ ໄວໜຸ່ມຄວນນອນໃຫ້ໄດ້ຢ່າງໜ້ອຍ 9 ຊົ່ວໂມງ ແລະ ຜູ້ສູງອາຍຸ ແມ່ນຄວນໄດ້ນອນພັກຜ່ອນຢ່າງໜ້ອຍ 7-9 ຊົ່ວໂມງຕໍ່ວັນ.

ສຳລັບຄົນທີ່ນອນພັກຜ່ອນບໍ່ພຽງພໍກໍຈະສົ່ງຜົນຮ້າຍຕໍ່ຮ່າງກາຍຫຼາຍຢ່າງບໍ່ວ່າຈະເປັນປະສິດທິພາບດ້ານການຄິດຫຼຸດລົງ ນອນບໍ່ຫຼັບ ກໍ່ໃຫ້ເກີດອາການຊຶມເສົ້າ ຫຼົງໆລືມໆ ປະສົບອຸບັດ ເຫດໄດ້ງ່າຍ ນ້ຳໜັກເພີ່ມ ເປັນຕົ້ນເຫດຂອງພະຍາດຮ້າຍຕ່າງໆ ລະບົບຂັບຖ່າຍເຮັດວຽກ ຜິດປົກກະຕິ ສ່ຽງເປັນພະຍາດເບົາຫວານ ພະຍາດຫົວໃຈ ມະເຮັງລຳໄສ້ ແລະ ພະຍາດຫຼອດເລືອດ.

ວິທີແກ້ໄຂ  ສຳລັບທ່ານທີ່ມີບັນຫານອນຫຼັບພັກຜ່ອນບໍ່ພຽງພໍ ຫຼື ນອນຫຼັບຍາກ ກໍລອງນຳເອົາບາງວິທີດັ່ງທີ່ນຳມາສະເໜີດັ່ງຕໍ່ໄປນີ້ໄປລອງປະຕິບັດເຊັ່ນ ຝຶກເຂົ້ານອນໃຫ້ເປັນເວລາ ຫຼີກເວັ້ນອາຫານ ແລະ ພຶດຕິກຳສ່ຽງຕ່າງໆ ບັນທຶກການນອນ ຜ່ອນຄາຍຈິດ ໃຈກ່ອນນອນ ສ້າງບັນຍາກາດໃນການນອນ ຝຶກການນອນທີ່ຖືກສຸຂະລັກສະນະ ຮັບປະທານອາຫານທີ່ມີປະໂຫຍດ ແລະ ໝັ່ນອອກກຳລັງກາຍຢ່າງສະໝ່ຳສະເໝີ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: iStock

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...