spot_img
Homeຂ່າວພາຍ​ໃນນວ ຫ້າມຊຸມແຊວ ຫຼື ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າໄລຍະສະຫຼອງປີໃໝ່ສາກົນ

ນວ ຫ້າມຊຸມແຊວ ຫຼື ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າໄລຍະສະຫຼອງປີໃໝ່ສາກົນ

Published on

ຄະນະສະເພາະກິດ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການຫ້າມບໍ່ໃຫ້ມີການຊຸມແຊວຕາມບ້ານເຮືອນ ຫຼື ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າຕາມຮ້ານອາຫານຕ່າງໆໄລຍະສະເຫຼີມສະຫຼອງປີໃໝ່ສາກົນ 2022 ທີ່ຈະມາເຖິງນີ້.

ອີງຕາມແຈ້ງການຂອງຄະນະສະເພາະກິດ ນະຄອນຫຼວງວຽງຈັນ ໃນວັນທີ 27 ທັນວາ 2021, ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບໃນການກວດກາ ແລະປະຕິບັດມາດຕະການຕໍ່ຫົວໜ່ວຍທຸລະກິດໃນໄລຍະກະກຽມຕ້ອນຮັບປີໃໝ່ສາກົນ 2022 ໂດຍຫ້າມບໍ່ໃຫ້ມີການສວຍໂອກາດບໍລິການເຄື່ອງດື່ມທີ່ມີທາດເຫຼົ້າຢ່າງເດັດຂາດ ຖ້າຮ້ານໃດລະເມີດແມ່ນຈະຖືກສັ່ງປິດກິດຈະການ ພ້ອມປັບໃໝ ແລະຖອນໃນອະນຸຍາດ ແລະຈະດຳເນີນຄະດີຕໍ່ຫົວໜ່ວຍທຸລະກິດທີ່ເປັນຕົ້ນເຫດຂອງການແຜ່ລະບາດຂອງພະຍາດໂຄວິດ-19 ນຳອີກ.

ນອກຈາກນີ້, ກໍຫ້າມບໍ່ໃຫ້ມີການຈັດກິດຈະກຳເຕົ້າໂຮມຊຸມແຊວ ແລະການຈັດງານລ້ຽງສ້າງສັນທຸກຮູບແບບຢູ່ທຸກສະຖານທີ່ຢ່າງເດັດຂາດ.

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...