spot_img
Homeຂ່າວທ້ອງຖິ່ນທໍາລາຍສິນຄ້າບໍ່ມີຄຸນນະພາບ,​ ປອມແປງ,​ ລອກລຽນແບບ ແລະ​ ລະເມີດເຄື່ອງໝາຍການຄ້າ

ທໍາລາຍສິນຄ້າບໍ່ມີຄຸນນະພາບ,​ ປອມແປງ,​ ລອກລຽນແບບ ແລະ​ ລະເມີດເຄື່ອງໝາຍການຄ້າ

Published on

ວັນທີ​ 16​ ພະຈິກ​ 2022 ຜ່ານມາ,​ ເຈົ້າໜ້າທີ່ກວດກາການຄ້າ ຂະແໜງການຄ້າພາຍໃນ​ ພະແນກອຸດສາຫະກໍາ ແລະ ການຄ້າຈໍາປາສັກ​ ຮ່ວມກັບ​ ເຈົ້າໜ້າທີ່ພະແນກຕໍາຫຼວດເສດຖະກິດ​ ກອງບັນຊາການ​ປ້ອງກັນຄວາມສະຫງົບສຸກ(ປກສ)​ ແຂວງ​ ພ້ອມດ້ວຍໜ​່ວຍງານທີ່ກ່ຽວຂ້ອງ​ ໄດ້ທໍາລາຍສິນຄ້າບໍ່ມີຄຸນນະພາບ,​ ບໍ່ໄດ້​ມາດຕະຖານ,​ ປອມແປງ,​ ລອກລຽນແບບ ແລະ​ ລະເມີດເຄື່ອງໝາຍການຄ້າ​ ຂອງບໍລິສັດທລີລິກີ ແອນ​ ກິບບິນສ໌ ລາວຈໍາກັດ ຍີ່ຫໍ້ ຄູບູຕ້າ​ (KUBOTA).​

ພິທີຈັດຂຶ້ນ​ ຢູ່ສະໜາມກໍາຈັດຂີ້ເຫຍື້ອ​ ຫຼັກ​ 17​ ເມືອງຊະນະສົມບູນ​ ໂດຍການເຂົ້າຮ່ວມຂອງ​ ທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ,​ ທ່ານ ຄໍາ​ແດງ​ ພົມມາພັກດີ ຮອງຫົວໜ້າພະແນກອຸດສາຫະກໍາ​ ແລະ​ ການຄ້າ​ແຂວງ, ທ່ານ ພັນໂທ ບຸນຍູ້ ແກ້ວພິດາວົງ ຮອງພະແນກຕໍາຫຼວດເສດຖະກິດ​ ກອງບັນຊາການ​ ປກສ ແຂວງ.​

ມີຜູ້ຕາງໜ້າບໍລິສັດ​ ທລີລີກີ ແອນ ກິບບິນສ໌ ລາວ ຈໍາກັດ​ ທີ່ປຶກສາທາງດ້ານກົດໝາຍ​ ຕາງໜ້າບໍລິສັດ ຄູໂບຕ້າ ເຊິ່ງເປັນເຈົ້າຂອງເຄື່ອງໝາຍການຄ້າ ຄູໂບຕ້າ ປະເພດນ້ໍາມັນເຄື່ອງ ແລະ ອາໄຫຼ່,​ ເຈົ້າໜ້າທີ່ກວດກາການຄ້າ​ ຕະຫຼອດ​ຮອດພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...