spot_img
Homeຂ່າວຕ່າງປະເທດທ່ານ ຮຸນ ເຊັນ ພ້ອມສະໜັບສະໜຸນ ລູກຊາຍໃຫ້ເປັນຜູ້ນໍາປະເທດ

ທ່ານ ຮຸນ ເຊັນ ພ້ອມສະໜັບສະໜຸນ ລູກຊາຍໃຫ້ເປັນຜູ້ນໍາປະເທດ

Published on

ໃນວັນທີ 2 ທັນວາ 2021 ທີ່ຜ່ານມາ ສໍານັກຂ່າວຕ່າງປະເທດ ໄດ້ລາຍງານວ່າ: ທ່ານ ສົມເດັດຮຸນເຊັນ ນາຍົກລັດຖະມົນຕີຂອງກໍາປູເຈຍ ໄດ້ກ່າວໃນຕອນລົງພື້ນທີ່ແຂວງພະສີນຸ ວ່າ: ຂໍປະກາດຢ່າງເປັນທາງການ ໃນການສະໜັບສະໜຸນ ທ່ານ ຮຸນ ມາເນດ ລູກຊາຍກົກ ອາຍຸ 44 ປີ ທີ່ປັດຈຸບັນດໍາລົງຕໍາແໜ່ງຮອງຜູ້ບັນຊາການທະຫານສູງສຸດ ແລະ ຮອງປະທານຄະນະເສນາທິການທະຫານໃຫ້ເປັນຜູ້ສືບທອດອໍານາດທາງການເມືອງ ໂດຍຜ່ານຂະບວນການເລືອກຕັ້ງ.

ທ່ານ ຮຸນເຊັນ ເປັນລັດຖະມົນຕີຂອງກໍາປູເຈຍມາດົນເຖິງ 36 ປີ ແລະ ທ່ານມັກຈະກ່າວເຖິງຄວາມສໍາເລັດຂອງລູກຊາຍວ່າເປັນໜຶ່ງໃນຜົນຜະລິດຂອງການສຶກສາ ແລະ ການຝຶກອົບຮົມ ໂດຍມີການຄາດຄະເນກັນວ່າປະເທດກໍາປູເຈຍຈະມີການເລືອກຕັ້ງຄັ້ງໃໝ່ໃນປີ 2023 ແລະ ທ່ານ ຮຸນເຊັນ ເອງກໍຍັງບໍ່ໄດ້ມີທ່າທີຈະປ່ອຍວາງຈາກການເປັນລັດຖະມົນຕີ ແລະ ລູກຊາຍຂອງທ່ານຮຸນເຊັນ ເອງອາດຈະຕ້ອງໄດ້ລໍຖ້າເຖິງ 10 ປີ ຈຶ່ງຈະໄດ້ຂຶ້ນສູ່ຕໍາແໜ່ງຜູ້ນໍາປະເທດ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...