spot_img
Homeຂ່າວທ້ອງຖິ່ນທ່ານ ສົມດີ ດວງດີ ເນັ້ນດ່ານພາສີສາງທ່ານາແລ້ງ ເອົາໃຈໃສ່ແກ້ບັນຫາລົດຄ້າງສາງ

ທ່ານ ສົມດີ ດວງດີ ເນັ້ນດ່ານພາສີສາງທ່ານາແລ້ງ ເອົາໃຈໃສ່ແກ້ບັນຫາລົດຄ້າງສາງ

Published on

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ເຄື່ອນໄຫວ ຊຸກຍູ້ວຽກງານຢູ່ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ (ລລບສ) ແລະ ດ່ານພາສີສາງທ່ານາແລ້ງ ເມື່ອທ້າຍອາທິດຜ່ານມາ ເຊິ່ງມີທ່ານ ຄຳແພງ ສີສະຫງ່າ ຜູ້ອຳນວຍການໃຫຍ່ລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ, ມີຮອງອໍານວຍການ ແລະ ທ່ານ ວົງວັນເພັງ ພູມສະຫວັນ ຫົວໜ້າດ່ານພາສີສາງທ່ານາແລ້ງພ້ອມດ້ວຍຄະນະໃຫ້ການຕ້ອນຮັບ.

ໃນການໄປຢ້ຽມຢາມຄັ້ງນີ້, ທ່ານ ຄຳແພງ ສີສະຫງ່າ ໄດ້ລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງ ລລບສ ໃຫ້ຊາບວ່າ: ໃນປີ 2017 ລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ ໄດ້ວາງເປົ້າໃນການເກັບລາຍຮັບຂອງ ລລບສ 40 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດໃນໄລຍະ 6 ເດືອນຕົ້ນປີ 2017 ສາມາດມີລາຍຮັບທັງ ໝົດປະມານ 22-23 ຕື້ກີບ, ຖ້າທຽບໃສ່ 6 ເດືອນຕົ້ນປີ 2016 ມີລາຍຮັບເພີ່ມຂຶ້ນປະມານ 30-40% ອັນ ເດັ່ນສຸດແມ່ນການບໍລິການ ລລບສ ຢູ່ແຂວງຄຳມ່ວນ ເຫັນວ່າເພີ່ມຂຶ້ນທຸກເດືອນ, ສະເລ່ຍຕູ້ສິນຄ້າທີ່ເຂົ້າມາປະມານ 2 ຫາ 3 ພັນຕູ້ຕໍ່ເດືອນ, ສະເລ່ຍລາຍຮັບເດືອນໜຶ່ງປະມານ 600 ລ້ານກີບ.

ສ່ວນການຈັດຕັ້ງປະຕິບັດວຽກງານຂອງດ່ານພາສີສາງທ່ານາແລ້ງ ທ່ານ ວົງວັນເພັງ ພູມສະຫວັນ ໄດ້ລາຍວ່າ: ກ່ຽວກັບບັນຫາລົດຄ້າງສາງຮອດປັດຈຸບັນ ຄະນະຮັບຜິດຊອບວຽກງານລົງກວດກາເບິ່ງຕົວຈິງ ແລະ ໄດ້ແຍກເປັນແຕ່ລະບໍລິສັດ.

ຜ່ານລົງຕິດຕາມກວດກາເບິ່ງຕົວຈິງລົດທີ່ຍັງຄ້າງສາງ 1.160 ຄັນ, ຊຶ່ງສ່ວນໃຫຍ່ຈະເປັນລົດໝູນວຽນທີ່ນຳເຂົ້າມາຍລໍຖ້າເສຍພາສີ, ສ່ວນລົດກາຍກຳນົດແມ່ນ 44 ຄັນ, ບັນຊີຄ້າງສາງກາຍ 04 ເດືອນມີຈໍານວນ 198 ຄັນ, ທ່ານ ທ່ານ ວົງວັນເພັງ ພູມສະຫວັນ ກ່າວ.

ໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງ ລລບສ ແລະ ດ່ານພາສີສາງທ່ານາແລ້ງ ໂດຍສະເພາະແມ່ນ ລລບສ ຕ້ອງໄດ້ເອົາໃຈໃສ່ປັບປຸງຂອດການບໍລິການ ເພື່ອໃຫ້ທ່ວງທັບກັບເວລາ, ປະສານສົມກັບພາກສ່ວນກ່ຽວຂ້ອງໂດຍສະເພາະດ່ານພາສີສາງທ່ານາແລ້ງ ເພື່ອອຳນວຍຄວາມສະດວກສະບາຍຂອງຜູ້ມາໃຊ້ບໍລິການ.

ສ່ວນດ່ານພາສີສາງທ່ານາແລ້ງ ຕ້ອງໄດ້ເອົາໃຈໃສ່ໃນການຕິດຕາມບັນຫາລົດຄ້າງສາງ, ບັນຫາການນໍາເຂົ້ານໍ້າມັນເຊື້ອໄຟ, ການນໍາເຂົ້າສິນຄ້າ ແລະ ການລັກລອບສິນຄ້າໜີພາສີ. ເອົາໃຈໃສ່ຕິດຕາມອ້າຍນ້ອງພະນັກງານພາສີເພື່ອຫລີກລຽງບັນຫາຫາງສຽງດ້ານລົບຈາກສັງຄົມ, ຕິດຕາມຢ່າງໃກ້ສິດໃນການເກັບອາກອນມູນຄ່າເພີ່ມ 10% ຢູ່່ດ່ານພາສີສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ແລະ ບັນຫາອື່ນໆ.

ນອກຈາກນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄປຢ້ຽມຊົມ ແລະ ຕິດຕາມບັນຫາລົດຂົນສົ່ງເຂົ້າ-ອອກສາງທ່ານາແລ້ງ, ສາງເກັບມ້ຽງສິນຄ້າ, ການບໍລິການຂອງ ລລບສ .

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...