spot_img
Homeຂ່າວເຫດການທ່ານ ສອນໄຊ ສີພັນດອນ ຮອງນາຍົກ ຢ້ຽມຢາມສູນຄວບຄຸມລະບົບວົງຈອນປິດ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ຢ້ຽມຢາມສູນຄວບຄຸມລະບົບວົງຈອນປິດ

Published on

ໃນຕອນເຊົ້າວັນທີ 8 ພະຈິກຜ່ານມານີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ຢ້ຽມຢາມສູນຄວບຄຸມລະບົບວົງຈອນປິດກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ເຊິ່ງມີ ທ່ານ ພົນຈັດຕະວາ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງດັ່ງນັ້ນພ້ອມຄະນະນຳ ແລະ ພະນັກງານຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ຮັບຟັງການລາຍງານກ່ຽວກັບ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ໂຄງການປັບປຸງ ແລະ ຍົກລະດັບກ້ອງວົງຈອນປິດ (CCTV) ເຊິ່ງນັບແຕ່ສ້າງຕັ້ງສູນແຫ່ງນີ້ເປັນ ຕົ້ນມາ ກໍໄດ້ມີການປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ໃນການຕິດຕັ້ງລະບົບສາຍໄຍແກ້ວກ້ອງວົງຈອນປິດດັ່ງກ່າວ ໂດຍສະເພາະໃນຈຸດໃໝ່ເພື່ອໃຫ້ທັນຮັບໃຊ້ການເປັນເຈົ້າພາບຂອງ ສປປ ລາວ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ ຜ່ານມາ ລວມທັງການປ່ຽນແທນຈຸດກ້ອງເກົ່າຈຳ ນວນໜຶ່ງ ແລະ ທຳການເຊື່ອມຕໍ່ລະບົບກ້ອງທັງໝົດ. ເພື່ອປະກອບສ່ວນສຳຄັນເຂົ້າໃນວຽກງານ ປກຊ-ປກສ  ແລະ ຕິດຕາມສະພາບການຕ່າງທີ່ເກີດຂຶ້ນ ເພື່ອໃຫ້ສາມາດແກ້ໄຂໄດ້ໄວ ແລະ  ທ່ວງທັນເວລາ.

ພ້ອມນີ້ຜູ້ລາຍງານຍັງໄດ້ແຈ້ງໃຫ້ ທ່ານຮອງນາຍົກຮັບຮູ້ເຖິງ ການພັດທະນາລະບົບ ແລະ ການນຳໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນວຽກງານຕົວຈິງ, ການທົດລອງການເຊື່ອມໂຍງລະບົບກ້ອງ ໄປຫາບາງແຂວງທີ່ມີເງື່ອນໄຂໃນການຈັດຕັ້ງປະຕິບັດໂຄງການ, ການຕິດຕາມລະບົບສະດ່ວນເຫດຮ້າຍ ແລະ ບັນດາແຜນວຽກໃນຕໍ່ໜ້າ ໂດຍສະເພາະ ການຂະຫຍາຍຕາໜ່າງລະບົບກ້ອງ ໃຫ້ເພີ່ມຂຶ້ນຕື່ມໃນນະຄອນຫຼວງ ແລະອອກໄປສູ່ບັນດາແຂວງຕ່າງໆ ແລະໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຊົມເຊີຍຜົນສຳເລັດອັນໃຫຍ່ຫຼວງ ທີ່ສູນດັ່ງກ່າວ ຍາດມາໄດ້ໃນໄລຍະຜ່ານມາ ແລະ ຫວັງວ່າ ຄະນະນຳກະຊວງ ກໍ່ຄືຄະນະນຳຂອງສູນຄວບຄຸມລະບົບວົງຈອນປິດແຫ່ງນີ້ ຈະພ້ອມກັນກັບຂະແໜງການທີ່ກ່ຽວຂ້ອງ ສ້າງລະບົບເຊື່ອມຕໍ່ບັນດາກ້ອງວົງຈອນປິດ ແລະ ພັດທະນາໂຄງການ ໃຫ້ນັບມື້ນັບທັນສະໄໝຂຶ້ນສາມາດ ປະກອບສ່ວນສຳຄັນເຂົ້າໃນວຽກງານຂອງ ພັກ ແລະ ລັດຖະບານໄດ້ດີກວ່າເກົ່າ

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...