spot_img
Homeຂ່າວເຫດການທ່ານ ວິດົງ ໄຊຍະສອນ ເຂົ້າຮັບຕຳແໜ່ງ ເຈົ້າແຂວງວຽງຈັນ ຜູ້ໃໝ່!

ທ່ານ ວິດົງ ໄຊຍະສອນ ເຂົ້າຮັບຕຳແໜ່ງ ເຈົ້າແຂວງວຽງຈັນ ຜູ້ໃໝ່!

Published on

062

ຂປລ. ພິທີມອບ​-ຮັບ ໜ້າ​ທີ່​ເຈົ້າ​ແຂວງໆ​ວຽງ​ຈັນຜູ້​ເກົ່າ​ ​ແລະ ​ໃໝ່ ລະຫວ່າງ ທ່ານ ຄຳເມິງພົງທະດີເລຂາພັກແຂວງ, ​ເຈົ້າແຂວງໆວຽງຈັນຜູ້ເກົ່າ ແລະ ທ່ານ ວິດົງໄຊຍະສອນ ເລຂາພັກແຂວງ, ​​ເຈົ້າແຂວງໆວຽງຈັນຜູ້ໃໝ່​ ​ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2015 ຢູ່​​ແຂວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານຈັນສີ ໂພສີຄຳເລຂາທິການສູນກາງພັກ​, ຫົວໜ້າຄະນະຈັດຕັ້ງສູນກາງພັກ ຕາງໜ້າໃຫ້ກົມການເມືອງສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ ແລະ ພະນັກງານຫລັກແຫລ່ງພາຍໃນແຂວງເຂົ້າຮ່ວມ​ເປັນ​ສັກຂີ​ພິຍານ.

ການ​ມອບ-ຮັບ​ໜ້າ​ທີ່​ດັ່ງກ່າວ ແມ່ນປະຕິບັດຕາມຄຳສັ່ງຂອງກົມການເມືອງສູນກາງພັກ ແລະ ລັດຖະດຳລັດຂອງປະທານປະເທດວ່າດ້ວຍການ​​ຍົກຍ້າຍສະຫາຍຄຳເມິງພົງທະດີກຳມະການສູນກາງພັກ​, ເລຂາຄະນະບໍລິຫານງານພັກ ແຂວງວຽງຈັນ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການ ປະທານປະເທດແລະ ແຕ່ງຕັ້ງທ່າ ວິດົງໄຊຍະສອນ ເປັນເຈົ້າແຂວງໆວຽງຈັນ.​ ໃນໂອກາດນີ້ ທ່ານຈັນສີໂພສີຄຳ​ໄດ້ໂອ້ລົມເຊິ່ງທ່ານໄດ້ເນັ້ນໜັກໃຫ້ບັນດາການນຳທຸກຂັ້ນພາຍໃນແຂວງສ້າງຄວາມເປັນເອກະພາບໃນ ໃຫ້ແໜ້ແຟ້ນ​​ເພື່ອນຳພາແນວຄິດ ສະມາຊິກພັກ​-ພະນັກງານ​​ ແລະ ປະຊາຊົນບັນດາ​ ເຜົ່າ​ ໃຫ້​ເຂົ້າ​ໃຈ​ຕໍ່​ການ​ຊັບ​ປ່ຽນ ​ພະນັກງານ​ການ​ນຳ​ໃນ​ຄັ້ງ​ນີ້, ສືບ​ຕໍ່​ປົກ​ປັກ​ຮັກສາ​ຄວາມ​ສາມັກຄີ​ພາຍ​ໃນ​ພັກ ໃຫ້​ໜັກ​ແໜ້ນ ​ມີ​ຄວາມ​ເປັນ​ເອກະ​ພາບ​ສູງ, ສືບ​ຕໍ່​ເປັນ​ຫລັກ​ແຫ​ລ່ງ​ເປັນ​ຄັນ​ທຸງ ​ແລະ ​ເປັນ​ແກນ​ນຳ​ໃນ​ການ​ເຕົ້າໂຮມ ​ຄວາມ​ສາມັກ​ຄີ​ ໃນ​ຖັນ​ແຖວ​ສະມາຊິກ​ພັກ-ພະນັກງານ,​ ເພື່ອ​ໃຫ້ການ​ຮ່ວມມື​ກັບ​ບັນ​ດາ​ການນຳ​ຜູ້​ໃໝ່​ ເພື​ອພັດທະນາ​ແຂວງວຽງຈັນ​ ໃຫ້​ຈະ​ເລີ​ນກ້າວໜ້າ​ຍິ່ງໆຂຶ້ນ​ໄປ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...