spot_img
Homeຂ່າວທ້ອງຖິ່ນທ່ານ ຈູມມະລີ ໄຊຍະສອນ ປອດໄພແລ້ວສ່ວນຜູ້ເສຍຊີວິດ 8 ຄົນ ສົບໄດ້ບໍາເພັນກຸສົນຢູ່ທີ່ສະໂມສອນໃຫຍ່ກະຊວງການປ້ອງກັນປະເທດ

ທ່ານ ຈູມມະລີ ໄຊຍະສອນ ປອດໄພແລ້ວສ່ວນຜູ້ເສຍຊີວິດ 8 ຄົນ ສົບໄດ້ບໍາເພັນກຸສົນຢູ່ທີ່ສະໂມສອນໃຫຍ່ກະຊວງການປ້ອງກັນປະເທດ

Published on

ອຸບັດເຫດເຮືອນັກທ່ອງທ່ຽວຫຼົ້ມຢູ່ອ່າງນໍ້າງື່ມເຂດແດນສະຫວັນ ແຂວງວຽງຈັນ ໃນຕອນເຊົ້າວັນທີ 4 ເມສາ 2021, ເກີດຂຶ້ນໃນເວລາປະມານ 9:00 ໂມງ, ຍ້ອນສະພາບອາກາດມືດຄື້ມ ມີລົມພັດແຮງມາກະທັນຫັນ ເຮັດໃຫ້ເຮືອລໍາດັ່ງກ່າວຈົມຫ່າງຈາກຝັ່ງປະມານ 40 ແມັດ.

ອີງຕາມການລາຍງານຂ່າວຈາກ ວິທະຍຸກະຈາຍສຽງແຫ່ງຊາດ ໃຫ້ຮູ້ວ່າ ອຸບັດເຫດທາງເຮືອຢູ່ເຂດທ່ອງທ່ຽວອ່າງນໍ້າງື່ມ ແດນສະຫວັນ ແຂວງວຽງຈັນ ເປັນເຫດບັງເອີນ ຍ້ອນມີພາຍຸ ແລະ ລົມມາແຮງກະທັນຫັນຈົນເຮັດໃຫ້ເຮືອລໍາດັ່ງກ່າວຫຼົ້ມ, ທ່ານ ອະດີດປະທານປະເທດ ຈູມມາລີ ໄຊຍະສອນ ຢູ່ໃນເຮືອລໍາດັ່ງກ່າວໄດ້ຮັບການຊ່ວຍເຫຼືອຢ່າງປອດໄພພ້ອມດ້ວຍຜູ້ໂດຍສານ 30 ຄົນ ລວມເປັນ 31 ຄົນ ເຊິ່ງທັງໝົດພວມໄດ້ຮັບການປິ່ນປົວເປັນຢ່າງດີທີ່ໂຮງໝໍໃນນະຄອນຫຼວງວຽງຈັນ.

ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ກ່າວວ່າ: ເຫດການຄັ້ງນີິ້ເກີດຂຶ້ນຍ້ອນມີລົມແຮງກະທັນຫັນ, ອະດີດປະທານປະເທດ ໄດ້ຮັບການຊ່ວຍເຫລືອປອດໄພ. ເຮືອນີ້ມີຜູ້ໂດຍສານ 39 ຄົນ, ພາຍຫລັງເກີດເຫດການ, ທາງອົງການຈັດຕັ້ງທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ໄດ້ພ້ອມກັນສຸມໃສ່ ນໍາເອົາໜ່ວຍກູ້ໄພເຂົ້າກອບກູ້ຢ່າງກະທັນຫັນ, ກອບກູ້ຜູ້ທີ່ລອດຊີວິດໄດ້ທັງໝົດ 31 ຄົນ ນໍາສົ່ງໄປປິ່ນປົວຢູ່ໂຮງໝໍນະຄອນຫລວງວຽງຈັນ. ສ່ວນຜູ້ເສຍຊີວິດ 8 ຄົນ, (ຍິງ 05 ຄົນ), ເຊີ່ງຄອບຄົວໄຊຍະສອນ ໄດ້ສູນເສຍ ແມ່ ແກ້ວສາຍໃຈ ໄຊຍະສອນ, ລູກຊາຍ ວີດົງ ໄຊຍະສອນ ພ້ອມດ້ວຍລູກຫຼານໆ ແລະ ຜູ້ໃກ້ສິດໃນຄັ້ງນີ້ດ້ວຍ.” ສົບໄດ້ບໍາເພັນກຸສົນຢູ່ທີ່ສະໂມສອນໃຫຍ່ກະຊວງການປ້ອງກັນປະເທດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...