ທ່ານປະທານປະເທດ ຕ້ອນຮັບທູດບັນດາປະເທດເພື່ອນມິດ

ທ່ານປະທານປະເທດ ຕ້ອນຮັບທູດບັນດາປະເທດເພື່ອນມິດ

ພະນະ​ທ່ານ​ປະທານ​ປະເທດ ຈູມ​ມາລີ ໄຊ​ຍະ​ສອນ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ ແລະ ຍື່ນ​ສານ​ຕາ​ຕັ້ງ​ຈາກ​ບັນດາ​ທູດ​ປະເທດ​ເພື່ອນ​ມິດ ໃນ​ໂອກາດ​ທີ່​ເດີນທາງ​ເຂົ້າ​ມາ​ເປັນ​ທູດ​ຄົນ​ໃໝ່ ປະຈຳ ​ສປປ ລາວ ຊຶ່ງ​ພິທີ​ດັ່ງກ່າວ ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 7 ພະຈິກ 2013 ທີ່​ທຳ​ນຽບ​ປະທານ​ປະເທດ.

ບັນດາ​ທູດ​ທີ່​ໄດ້​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ ປະກອບ​ມີ​ທ່ານ​ເອກ​ອັກຄະລາຊະທູດ​ແຫ່ງ ປະເທດ​ຍີ່ປຸ່ນ ຮິ​ໂຣ​ຢູ​ກິ ກິ​ຊິ​ໂນະ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ແຫ່ງ​ສະຫະລັດ​ອາເມລິກາ ປະຈຳ ​ສປປ ລາວ ເດ​ນ້ຽວ ຄຼັນ (Daniei A clune) ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ແຫ່ງ ປະເທດ​ແຟງ​ລັງ ນາງ ເຄິ​​ສ​ຕີ ເວ​​ສ​ຟາ​ແລນ (Kirsti Westphalen) ແລະ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ແຫ່ງ​ອີ​ຕາ​ລີ ຟຣານ​ເຊ​​ສ​ໂກ ຊາ​ເວ​ຣິ​ໂອ ນີ​ຊີ​ໂອ (Francesco Saverio NISIO).

ໂອກາດ​ດັ່ງກ່າວ ພະນະ​ທ່ານ​ປະທານ​ປະເທດ ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ພ້ອມ​ທັງ​ສະແດງ​ຄວາມ​ຊົມເຊີຍ​ທີ່​ບັນດາ​ທູດ ໄດ້​ເຂົ້າ​ມາ​ເຮັດ​ໜ້າທີ່​ປະຈຳ ​ສປປ ລາວ ຊຶ່ງ​ຈະ​ເປັນ​ການ​ປະກອບສ່ວນ ເຂົ້າ​ໃນ​ການ​ເສີມ​ສ້າງ​ສາຍ​ພົວພັນ​ລະຫວ່າງ ​ສປປ ລາວ ແລະ 4 ປະເທດ​ດັ່ງກ່າວ​ທີ່​ມີ​ຢູ່​ແລ້ວ​ນັ້ນ ໃຫ້​ໄດ້​ຮັບ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ໂດຍ​ສະເພາະ​ແມ່ນ​ການ​ລະດົມ​ທຶນ​ຊ່ວຍເຫຼືອ ການ​ດຶງ​ດູດ​ນັກ​ລົງທຶນ ແລະ ອື່ນໆ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ກິດ-ສັງຄົມ​ຂອງ ​ສປປ ລາວ ໃຫ້​ນັບ​ມື້​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ເປັນ​ກ້າວໆ.

ສຳລັບ​ສຳນັກງານ​ສະຖານທູດ​ແຟັງ​ລັງ ແລະ ທູດ​ອີ​ຕາ​ລີ ປະຈຳ ​ສປປ ລາວ ແມ່ນ​ຕັ້ງ​ຢູ່​ບາງກອກ ປະເທດ​ໄທ ສ່ວນ​ສຳນັກງານ​ສະຖານທູດ​ຍີ່ປຸ່ນ ແລະ ສະຫະລັດ​ອາເມລິກາ ແມ່ນ​ຕັ້ງ​ຢູ່ ​ສປປ ລາວ.

ສ່ວນ​ໃນ​ຕອນ​ບ່າຍ ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ທ່ານ ຟຣານ​ເຊ​​ສ​ໂກ ຊາ​ເວ​ຣິ​ໂອ ນີ​ຊີ​ໂອ ເອກ​ອັກ​ຄະ​ລັດ​ຖະ​ທູດ​ແຫ່ງ​ອີ​ຕາ​ລີ ແລະ ໃນ​ເວລາ​ຕໍ່​ມາ ທີ່​ກະຊວງ​ການ​ຕ່າງປະເທດ ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດ ກໍ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ທ່ານ ຟຣານ​ເຊ​​ສ​ໂກ ຊາ​ເວ​ຣິ​ໂອ ນີ​ຊີ​ໂອ.

ທີ່ມາhttp://www.vientianemai.net