spot_img
Homeຂ່າວພາຍ​ໃນທົ່ວ​ປະ​ເທດ​ ເກັບ​ກ່ຽວ​ມ້ຽນ​ມັດ​ເຂົ້ານາ​ແຊງ ​ສຳ​ເລັດ​ແລ້ວ​ຫຼາຍ​ກວ່າ 95%

ທົ່ວ​ປະ​ເທດ​ ເກັບ​ກ່ຽວ​ມ້ຽນ​ມັດ​ເຂົ້ານາ​ແຊງ ​ສຳ​ເລັດ​ແລ້ວ​ຫຼາຍ​ກວ່າ 95%

Published on

ກົມປູກຝັ່ງກະຊວງ​ກະສິກຳ ​​ແລະ ​ປ່າ​ໄມ້​ ໃຫ້​ຮູ້​ວ່າ: ມາດ​ຮອດ​ປັດຈຸບັນ, ກະສິກອນ​ທົ່ວ​ປະ​ເທດ​ ສາມາດ​ເກັບ​ກ່ຽວ​ມ້ຽນ​ມັດ​ເຂົ້ານາ​ແຊ​ງຂອງຕົນ ສຳ​ເລັດ​ແລ້ວ​ຫຼາຍ​ວກວ່າ 93 ພັນ​ເຮັກຕາ, ​ເທົ່າກັບ 95%​, ​ເນື້ອທີ່​ປັກ​ດຳ​ທັງ​ໝົດ 98,678 ເຮັກຕາ, ໃນນັ້ນ ພາກກາງປະຕິບັດໄດ້ແລ້ວ 97 %, ພາກເໜືອ 91% ແລະ ພາກໃຕ້ 90%, ຄາດ​ວ່າ​ການ​ເກັບ​ກ່ຽວ​ຈະ​ສຳ​ເລັດ 100% ​ໃນທ້າຍ​​​ເດືອນ​ນີ້,​ ສຳລັບ​ການ​ປູກ​ພືດ​ສະດູ​ແລ້ງປີ​ນີ້​, ຊຶ່ງມາຮອດ​ປັດຈຸບັນ​ປູກ​​ໄດ້​​ແລ້ວ​ຫຼາຍ​ກວ່າ 151 ພັນ​​ເຮັກຕາ, ​ເທົ່າ​ກັບ 93 % ຂອງ​ເນື້ອທີ່​ຄາດ​​ໄວ້,​ ພົົ້ນ​ເດັ່ນ​ແມ່ນ​ບັນດາ​ແຂວງ​ພາກ​ກາງ​ປະຕິບັດ​ໄດ້​​ຫຼາຍກວ່າ 67 ພັນ​ເຮັດ​ຕາ, ພາກ​ເໜືອ 56 ພັນ​ກວ່າ​ເຮັກຕາ, ພາກ​ໃຕ້ 28 ພັນ​ກວ່າ​ເຮັກຕາ, ສ່ວນ​ພືດ​ທີ​ນິຍົມປູກ​ຫຼາຍ​ໃນ​ປັດຈຸ​ບັນ ແມ່ນ​ພຶດຕະກຸນ​ຖົ່ວ, ໝາກ​ແຕງ , ສາລີ ແລະ ພືດອາຍຸສັ້ນອື່ນໆ.

ກົມດັ່ງກ່າວ​ໃຫ້​ຮູ້​ອີກ​ວ່າ: ສຳລັບການກະກຽມຜະລິດເຂົ້ານາປີ ມາຮອດປັດຈຸບັນຫຼາຍ​ທ້ອງ​ຖິ່ນ​ ກໍໄດ້ມີການໄຖ​ຮູດ​ ​ແລະ ຕົກກ້າ​ແລ້ວເປັນສ່ວນໃຫຍ່, ຂະນະ​ທີ່​ຂະ​ແໜງ​ກະສິກຳ ​ແລະ ປ່າ​ໄມ້ ​ກໍ​ໄດ້​ເອົາ​ໃຈ​ໃສ່ຮ່ວມ​ກັບ​ທ້ອງ​ຖິ່ນ​ ສ້ອມ​ແປງ​ລະບົບ​ຊົນລະ​ປະ​ທານ ແລະ ເໝືອງຝາຍ ເພື່ອ​ຮັບປະກັນໃຫ້ແກ່ການ​ສະໜອງ​ນ້ຳ​​ ໄດ້​ຢ່າງ​ທົ່​ວ​ເຖິງ ​ແລະ ພຽງພໍ, ພ້ອມກັບມີການສະໜອງແນວພັນເຂົ້າປູກ ໃຫ້ແກ່ປະຊົນບາງທ້ອງຖິ່ນ ທີ່ຍັງຂາດເງື່ອນໄຂ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...