spot_img
Homeຂ່າວຕ່າງປະເທດທົ່ວໂລກພົບກໍລະນີລິ່ມເລືອດອຸດຕັນຈາກການສັກວັກຊີນປ້ອງກັນໂຄວິດ-19ເກືອບ 300 ຄົນ

ທົ່ວໂລກພົບກໍລະນີລິ່ມເລືອດອຸດຕັນຈາກການສັກວັກຊີນປ້ອງກັນໂຄວິດ-19ເກືອບ 300 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 21 ເມສາ 2021 ວ່າ ອົງການການຢາແຫ່ງສະຫະພາບເອີຣົບ (EMA) ເຜີຍແຜ່ສະຖິຕິກ່ຽວກັບການເກີດຂື້ນຂອງປະຕິກິລິຍາຮ້າຍແຮງ ຄືການເກີດພາວະລິ່ມເລືອດອຸດຕັນ ເຊິ່ງເປັນຜົນຈາກການສັກວັກຊີນປ້ອງກັນໂຄວິດ-19 ວ່ານັບຕັ້ງແຕ່ຕົ້ນປີນີ້ພົບແລ້ວ 287 ຄົນ ຈາກການສັກຢາວັກຊີນຂອງແອສຕຣ້າເຊນເນກາ 25 ຄົນ, ຈາກການໄດ້ຮັບວັກຊີນຂອງໄຟເຊີ/ໄບໂອເອັນເທດ 8 ຄົນ ຈາກການໄດ້ຮັບວັກຊີນຂອງຈອນສັນແອນຈອນສັນ ແລະ ອີກ 5 ຄົນຈາກການໄດ້ຮັບວັກຊີນຂອງໂມເດິນາ.

ເຖິງຢ່າງໃດກໍ່ຕາມ, EMA ຍັງມີຄວາມເຊື່ອໝັ້ນຕໍ່ “ຜົນປະໂຫຍດ” ແລະ ຜົນໄດ້ຮັບໃນທາງບວກ ຂອງການສັກຢາປ້ອງກັນພະຍາດ COVID-19.

ຜູ້ນຳປະເທດແມັກຊິໂກ ກຳລັງເຊື້ອເຊີນປະຊາຊົນໃຫ້ສັກຢາກັນພະຍາດ ໂດຍສະເພາະແມ່ນຜູ້ສູງອາຍຸ ຍ້ອນວ່າຜົນປະໂຫຍດຂອງການສັກຢາປ້ອງກັນ ມີຄວາມສ່ຽງຫຼາຍກວ່າການເກີດປະຕິກິລິຍາທາງລົບ.

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...