spot_img
Homeຂ່າວພາຍ​ໃນທົ່ວປະເທດກຽມປ່ອຍປາ ເພື່ອຄືນຄວາມອຸດົມສົມບູນລົງສູ່ແຫຼ່ງນໍ້າ ຈໍານວນ 58 ລ້ານໂຕ

ທົ່ວປະເທດກຽມປ່ອຍປາ ເພື່ອຄືນຄວາມອຸດົມສົມບູນລົງສູ່ແຫຼ່ງນໍ້າ ຈໍານວນ 58 ລ້ານໂຕ

Published on

ວັນທີ 13 ກໍລະກົດ 2021 ທີ່ຈະມາຮອດນີ້ ທົ່ວປະເທດກຽມປ່ອຍປາ 58 ລ້ານໂຕ ເພື່ອຄືນຄວາມອຸດົມສົມບູນລົງສູ່ແຫຼ່ງນໍ້າ ເນື່ອງໃນໂອກາດສະເຫຼີມສະຫຼອງວັນປ່ອຍປາ, ອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດ ພາຍໃຕ້ມາດຕະການປ້ອງກັນພະຍາດ ໂຄວິດ-19 ແຕ່ສາມາດຮັບປະກັນໄດ້ທາງດ້ານເນື້ອໃນ ແລະ ຮູບການ.

Cr: ສື່ເພື່ອສັງຄົມ ALL in ALL

ທ່ານ ບຸນປອນ ແສງທອງ, ຮັກສາການຫົວໜ້າກົມປ່າໄມ້ ກະຊວງກະສິ ກຳ ແລະປ່າໄມ້ ແຈ້ງໃຫ້ຮູ້ວ່າ: ການສະເຫຼີມສະຫຼອງວັນປ່ອຍປາ, ອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດປີນີ້ ຈະຈັດແບບກະທັດຮັດ, ເບົາບາງ, ປະຢັດມັດທະຍັດ ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ19 ແຕ່ຮັບປະກັນໄດ້ທາງດ້ານເນື້ອໃນ ແລະ ຈຸດປະສົງຕົ້ນຕໍຂອງວັນທີ່ມີຄວາມໝາຍສຳຄັນນີ້ ແນ່ໃສ່ເພີ່ມຄວາມອຸດົມສົມບູນໃຫ້ປະຊາກອນສັດນໍ້າ ແລະສັດປ່າ ທີ່ເປັນມໍລະດົກທາງທຳມະຊາດໃຫ້ໄດ້ຮັບການປົກປັກຮັກສາ ແລະຊົມໃຊ້ຢ່າງຍືນຍົງ.

ຮັກສາການຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະປ່າໄມ້ ໃຫ້ຮູ້ຕື່ມວ່າ: ສຳລັບກິດຈະກຳປ່ອຍປາເພື່ອສະເຫລີມສະຫລອງວັນປ່ອຍປາ ແລະ ອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດ ປີນີ້, ກົມປ່າໄມ້ ແລະ ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ ຈະປ່ອຍປາທັງໝົດ 50.000 ໂຕ ໃນນີ້ ມີປາປາກ 20.000 ໂຕ, ປາໃນ 15.000 ໂຕ ແລະ ປານວນຈັນ 15.000 ໂຕ, ທີ່ສູນຝຶກອົບຮົມປ່າໄມ້ (ຫ້ວຍປ່າມ້ອມ), ເມືອງຫີນເຫີບ, ແຂວງວຽງຈັນ.

ປີ 2020 ຜ່ານມາ ທົ່ວປະເທດ ປ່ອຍປາທັງໝົດ 55 ລ້ານໂຕ ຄຽງຄູ່ກັບການປ່ອຍສັດປ່າ ເຊັ່ນ: ນົກ, ສັດເລື່ອຄານ ແລະ ສັດປະເພດອື່ນໆ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...