spot_img
Homeຂ່າວການສຶກສາທົດລອງການສົ່ງເສີມວຽກງານພະລະ-ສິລະປະສຶກສາ ໃນໂຮງຮຽນສາມັນສຶກສາ

ທົດລອງການສົ່ງເສີມວຽກງານພະລະ-ສິລະປະສຶກສາ ໃນໂຮງຮຽນສາມັນສຶກສາ

Published on

ພິທີ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ ກ່ຽວ​ກັບ​ໂຄງການ​ທົດ​ລອງ​ການ​ສົ່ງເສີມ​ວຽກ​ງານ​ພະລະ ແລະ ສິລະ​ປະ​ສຶກ​ສາ ໃນ​ໂຮງຮຽນ​ສາມັນ​ສຶກ​ສາ​ສຳລັບ​ເດັກນ້ອຍ​ລາວ ຈັດ​ຂຶ້ນ​ວັນ​ທີ 24 ທັນວາ 2013 ທີ່​ຕຶກ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ສະໜາມ​ກີລາ​ເຈົ້າ​ອະນຸວົງ ລະຫວ່າງ​ທ່ານ ບຸນ​ສຸກ ທິ​ລະ​ສັກ ຫົວໜ້າ​ກົມ​ພະລະ ແລະ ສິລະ​ປະ​ສຶກ​ສາ ແລະ ທ່ານ ຄຣິດ ມາ​​ສ​ຕາກ ລີ​ໂອ ຫົວໜ້າ​ອົງການ​ຊາຍ​ຟັນ ອົດ​ສະ​ຕຣາ​ລີ ໂດຍ​ມີ​ແຂກ​ກ່ຽວຂ້ອງ​ຖືກ​ເຊີນ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

ທ່ານ ບຸນ​ສຸກ ທິ​ລະ​ສັກ ກ່າວ​ວ່າ: ສຳລັບ​ໂຄງການ​ດັ່ງກ່າວ ກໍ່​ເພື່ອ​ຍົກ​ລະດັບ​ຄວາມ​ເຂົ້າໃຈ ເນື້ອ​ໃນ​ຕົ້ນຕໍ​ຂອງ​ຫຼັກ​ມູນ​ການ​ສຶກ​ສາ ທີ່​ກ່ຽວຂ້ອງ​ກັບ​ການ​ສົ່ງເສີມ​ວຽກ​ງານ​ພະລະ ແລະ ສິລະ​ປະ​ສຶກ​ສາ ຂອງ​ບັນດາ​ພາກສ່ວນ​ກ່ຽວຂ້ອງ​ໃນ​ການ​ຈັດການ​ສຶກ​ສາ ແລະ ປັບປຸງ​ຮູບ​ແບບ​ວິທີ​ການ​ຈັດການ​ສອນ-ການ​ຮຽນ ວິຊາ​ພະລະ ແລະ ສິລະ​ປະ​ສຶກ​ສາ ພ້ອມ​ທັງ​ເປັນ​ການ​ຍົກ​ລະດັບ​ດ້ານ​ຮູບ​ແບບ​ວິທີ​ການ​ສິດສອນ​ວິຊາ​ພະລະ ແລະ ສິລະ​ປະ​ສຶກ​ສາ ໃຫ້​ແກ່​ຄູ່​ຮ່ວມ​ງານ​ໃຫ້​ມີ​ປະ​ສິດທິ​ຜົນ ເພື່ອ​ໃຫ້​ສອດຄ່ອງ​ກັບ​ຄຳ​ແນະນຳ ຂອງ​ຫຼັກສູດ​ທີ່​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ໄດ້​ວາງ​ອອກ ກ່ຽວ​ກັບ​ການ​ສອນ​ວິຊາ​ພະລະ ແລະ ສິລະ​ປະ​ສຶກ​ສາ​ໃນ​ໂຮງຮຽນ​ສາມັນ ນອກ​ນີ້​ຍັງ​ເປັນ​ການ​ຍົກ​ລະດັບ ໃນ​ການ​ເຂົ້າ​ເຖິງ​ສິ່ງ​ອຳນວຍ​ຄວາມ​ສະດວກ ດ້ານ​ການ​ຮຽນ-ການ​ສອນ​ວິຊາ​ພະລະ ແລະ ສິລະ​ປະ​ສຶກ​ສາ​ໃນ​ໂຮງຮຽນ ເພື່ອ​ປັບປຸງ​ໝາກຜົນ​ຂອງ​ການ​ຮຽນ​ຮູ້​ວິຊາ​ພະລະ ແລະ ສິລະ​ປະ​ສຶກ​ສາ ໃນ 5 ໂຮງຮຽນ​ເປົ້າ​ໝາຍ.

ສຳລັບ​ໂຄງການ​ດັ່ງກ່າວ ອົງການ​ຊາຍ​ຟັນ ອົດ​ສະ​ຕຣາ​ລີ ໄດ້​ໃຫ້​ທຶນ​ສະໜັບສະໜູນ ມູນ​ຄ່າ 82.688 ໂດ​ລາ​ອົດ​ສະ​ຕຣາ​ລີ ຫຼື ປະມານ 589 ລ້ານ​ກວ່າ​ກີບ ມີ​ໄລຍະ​ເວລາ 11 ເດືອນ (ສິງຫາ 2013 ຫາ​ມິຖຸນາ 2014) ແລະ ຈະ​ທົດ​ລອງ​ໃນ​ຂອບ​ເຂດ 5 ໂຮງຮຽນ​ຂອງ​ສອງ​ຕົວ​ເມືອງ ໃນ​ນະຄອນຫຼວງ​ວຽງ​ຈັນ ໂດຍ​ເນັ້ນ​ໃສ່​ເຂດ​ຕົວ​ເມືອງ ແລະ ຊານເມືອງ ຖ້າ​ຫາກ​ໂຄງການ​ທົດ​ລອງ​ປະສົບ​ຜົນສຳເລັດ ໂຄງການ​ອາດ​ສືບຕໍ່​ຂະຫຍາຍ​ໄປ​ສູ່​ແຫ່ງ​ອື່ນໆ​ທີ່​ກວ້າງຂວາງ​ຕື່ມ​ອີກ.

 

ທີ່ມາhttp://www.vientianemai.net/teen/khao/1/10858

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...