spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ທູດໄທປະຈຳວຽງຈັນເຕືອນ ຢ່າຫຼົງເຊື່ອ "ນາຍໜ້າວິຊ່າ"

ທູດໄທປະຈຳວຽງຈັນເຕືອນ ຢ່າຫຼົງເຊື່ອ “ນາຍໜ້າວິຊ່າ”

Published on

 

ดาวน์โหลด

ສະຖານເອກອັກຄະລັດຖະທູດໄທ ປະຈຳນະຄອນຫຼວງວຽງຈັນ ສປປ ລາວ ໄດ້ຊາບວ່າ: ຂະນະນີ້ມີ “ນາຍໜ້າວິຊ່າ” ໄດ້ກະທຳການກໍ່ກວນນັກທ່ອງທ່ຽວ ແລະຜູ້ທີ່ຍື່ນຂໍຮັບວິຊ່າຢູ່ດ້ານນອກປະຕູ ຂອງຝ່າຍກົງສູນ ທີ່ບ້ານໂພນສີນວນ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ. ການກະທຳດັ່ງກ່າວ ຖືວ່າຜິດຕໍ່ລະບຽບກົດໝາຍ ຫວັງທີ່ຈະຫຼອກລວງ ແລະສະແຫວງຫາຜົນປະໂຫຍດຈາກ ຜູ້ມາຮັບບໍລິການທີ່ຮູ້ເທົ່າບໍ່ເຖິງການ ເຊິ່ງເປັນສິ່ງທີ່ບໍ່ສາມາດຮັບໄດ້.
ສະຖານເອກອັກຄະລັດຖະທູດ ຈຶ່ງແຈ້ງເຕືອນມາຍັງຜູ້ທີ່ຍື່ນຂໍຮັບວິຊ່າ ດັ່ງນີ້:

1. ບໍ່ມີຄ່າທຳນຽມການຂໍວິຊ່າດ່ວນ ທ່ານຄວນຈະຊຳລະຄ່າທຳນຽມວິຊ່າ ຕາມທີ່ໄດ້ລະບຸໃນໃບບິນຮັບເງິນເທົ່ານັ້ນ.
2. ຢ່າຫຼົງເຊື່ອບຸກຄົນໃດໆ ທີ່ອ້າງວ່າ ສາມາດຊ່ວຍເຫຼືອດຳເນີນການດ້ານເອກະສານ ເພື່ອຂໍວິຊ່າເລັ່ງດ່ວນໄດ້ ທ່ານອາດຈະຕົກເປັນເຫຍື່ອຂອງ ຂະບວນການປອມແປງວິຊ່າໄດ້.
3. ບໍ່ມີການໃຫ້ບໍລິການພາຍນອກຝ່າຍກົງສຸນ ຖ້າໃຜຫຼົງເຊື່ອທາງສະຖານທູດ ຖືວ່າທ່ານຍິນຍອມຮັບຄວາມສ່ຽງນັ້ນ.

ຖ້າທ່ານມີບັນຫາໃດໆ ຫຼືພົບເຫັນການກະທຳຜິດກົດໝາຍ ກະລຸນາໂທແຈ້ງເບີໂທລະສັບ 021 214581-2 ອິເມລ thaivte@mfa.go.th ຫຼື Facebook Page: Royal Thai Embassy, Vientiane

ປະກາດໂດຍ: ສະຖານທູດໄທ ປະຈຳ ສປປລາວ

 

12019969_1049130285118643_7816056324098701327_n
12027659_1049130278451977_6093409964465283993_n

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...