spot_img
Homeຂ່າວທ້ອງຖິ່ນທູດລາວປະຈຳມາເລເຊຍຊີ້ແຈງກ່ຽວ ກັບແຮງງານລາວ ທີ່ເຮັດວຽກຢູ່ເຮືອປະມົງ

ທູດລາວປະຈຳມາເລເຊຍຊີ້ແຈງກ່ຽວ ກັບແຮງງານລາວ ທີ່ເຮັດວຽກຢູ່ເຮືອປະມົງ

Published on

ກະຊວງການຕ່າງປະເທດອອກໜັງສືຊີ້ແຈງ ກ່ຽວກັບ ການອອກຂ່າວບິດເບືອນໃນສື່ສັງຄົມອອນລາຍ ຕໍ່ກັບການຂໍຄວາມຊ່ວຍເຫຼືອ ເພື່ອເດີນທາງກັບປະເທດດ້ວຍການເຊົ່າເໝົາຍົນ ຂອງແຮງງານລາວ ຢູ່ ປະເທດມາເລເຊຍ ໃນວັນທີ 6 ທັນວາ 2020.

ຕໍ່ກັບເຫດການດັ່ງກ່າວ, ສະຖານເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ກົວລາລຳເປີ ໄດ້ອະທິບາຍ ແລະ ຊີ້ແຈງຕາມຄວາມເປັນຈິງຄື:

  • ໃນວັນທີ 9 ພະຈິກ 2020 ບໍລິສັດ ບໍລິການທ່ອງທ່ຽວ V Travel ໄດ້ມາພົບກັບສະຖານທູດ ແລະ ແຈ້ງຄວາມປະສົງຂອງຕົນ ໃນການຈັດຍົນເຊົ່າເໝົາລຳ ເພື່ອສົ່ງແຮງງານລາວກັບຄືນປະເທດ, ພາຍຫຼັງໄດ້ມີການປະຊຸມ ປຶກສາຫາລືກັນ ແລະ ຮັບຊາບບັນຫາທີ່ທາງບໍລິສັດໄດ້ນຳສະເໜີ.
  • ໃນວັນທີ 12 ພະຈິກ 2020 ບໍລິສັດໄດ້ເຮັດໜັງສືເປັນທາງການມາຍັງສະຖານທູດ ເພື່ອຂໍອະນຸມັດຈັດຍົນເຊົ່າເໝົາລຳ ໃຫ້ແກ່ແຮງງານລາວ ທີ່ເຮັດວຽກໃນເຮືອປະມົງຂອງມາເລເຊຍ ປະມານ 530 ຄົນ.
  • ໃນວັນທີ 14 ພະຈິກ 2020, ສະຖານທູດ ໄດ້ເຮັດບົດລາຍງານຫາກະຊວງການຕ່າງປະເທດ ກ່ຽວກັບບັນຫາດັ່ງກ່າວ ແລະ ລາຍງານສະພາບບັນຫາຄວາມຫຍຸ້ງຍາກຂອງແຮງງານລາວ ໂດຍສະເພາະແມ່ນຄວາມຫຍຸ້ງຍາກດ້ານທີ່ພັກອາໄສ ແລະ ການກິນ ເພາະທາງບໍລິສັດການປະມົງ ໄດ້ຢຸດຈ້າງບວກໃສ່ສະພາບການລະບາດຂອງໂຄວິດ-19 ຢູ່ມາເລເຊຍ.

ໃນຂະນະດຽວກັນ ກໍໄດ້ສະເໜີໃຫ້ຄະນະສະເພາະກິດຂັ້ນສູນກາງພິຈາລະນາ, ອະນຸຍາດໃຫ້ຍົນເໝົາລຳບິນເຂົ້າລາວ ຕາມການສະເໜີ ໂດຍສະເໜີໃນອາທິດທີ 1 ຫຼື 2 ຂອງເດືອນທັນວາ 2020, ອີງຕາມສະພາບຄວາມພ້ອມຂອງລັດຖະບານ ທາງດ້ານສະຖານທີ່ພັກເຊົາ ທີ່ໃຊ້ເປັນບ່ອນກັກໂຕ 14 ວັນ ແລະ ອື່ນໆ. ວັນທີ 24 ພະຈິກ 2020 ກົມກົງສູນ ກະຊວງການຕ່າງປະເທດ ໄດ້ເຮັດໜັງສືແຈ້ງໃຫ້ສະຖານທູດຊາບ ກ່ຽວກັບການເຫັນດີຂອງຄະນະນຳກະຊວງ ໃນການອະນຸຍາດ ໃຫ້ແຮງງານລາວກັບຄືນປະເທດ, ພ້ອມທັງໃຫ້ສະຖານທູດ ກຳນົດມື້ທີ່ຈະເດີນທາງເຂົ້າປະເທດ ແລະ ໃຫ້ເອົາລາຍຊື່ຜູ້ໂດຍສານນັ້ນນຳສະເໜີກົມກົງສູນ, ກະຊວງການຕ່າງປະເທດ. ພ້ອມນີ້, ໃຫ້ຊຸກຍູ້ທາງບໍລິສັດການບິນ ສະເໜີຂໍອະນຸ ຍາດຖ້ຽວບິນເຂົ້າປະເທດ ນຳຄະນະສະເພາະກິດຂັ້ນສູນກາງ ໂດຍຜ່ານກົມການບິນພົນລະເຮືອນຕາມຂັ້ນຕອນ.

ສະຖານທູດ ແມ່ນບໍ່ໄດ້ມີສ່ວນຮ່ວມທາງດ້ານປະໂຫຍດຫຍັງໝົດ ກັບບໍລິສັດ ດັ່ງທີ່ມີການກ່າວອ້າງໂຈມຕີຂອງຄົນເຫຼົ່ານັ້ນ, ກົງກັນຂ້າມ ໃນຄວາມເປັນຈິງສະຖານທູດ ໄດ້ໃຫ້ຄຳປຶກສານໍາບໍລິສັດ ເພື່ອໃຫ້ກຳນົດລາຄາປີ້ຍົນໃນລາຄາຖືກ ແລະ ເໝາະສົມ ເພື່ອບໍ່ໃຫ້ມີລາຄາສູງ ເມື່ອທຽບໃສ່ລາຄາປີ້ຍົນ ທີ່ບໍລິສັດເອກະຊົນຈັດຍົນເຊົ່າເໝົາລຳ, ສ່ວນການຄິດໄລ່ຄ່າບໍລິການອື່ນໆເຊັ່ນ: ການກະກຽມເອກະສານຕ່າງໆ, ການກະກຽມລົດເດີນທາງແຕ່ບ່ອນຢູ່ຫາສະໜາມບິນ ແມ່ນບໍລິສັດເປັນຝ່າຍກຳນົດ ແລະ ຕົກລົງເອງກັບທາງຜູ້ຕາງໜ້າຂອງຜູ້ອອກແຮງງານ ແລະ ກໍໄດ້ຮັບຊາບວ່າ: ໂດຍພື້ນຖານດ້ານລາຄານັ້ນ ບໍລິສັດ ແລະ ຜູ້ຕາງໜ້າອອກແຮງງານ, ທັງສອງຝ່າຍໄດ້ມີຄວາມເຂົ້າໃຈ ແລະ ເປັນເອກະພາບກັນໃນດ້ານຕ່າງໆ ທີ່ນອກເໜືອຈາກລາຄາປີ້ຍົນ ເຊິ່ງເປັນການຕົກລົງກັນລະຫວ່າງຜູ້ໂດຍສານ ແລະ ບໍລິສັດທີ່ຈະຈັດຍົນເຊົ່າເໝົາລຳໃນຄັ້ງນີ້. ຖ້ຽວບິນດັ່ງກ່າວ ແມ່ນຈະມີພຽງແຕ່ຜູ້ໂດຍສານຂາເຂົ້າລາວ ທີ່ເປັນແຮງງານລາວ ຈາກກົວລາລຳເປີ-ນະຄອນຫຼວງວຽງຈັນ ເທົ່ານັ້ນ.

ປັດຈຸບັນ, ສະຖານທູດເອງ ກໍໄດ້ມີໂອກາດໂອ້ລົມກັບຜູ້ຕາງໜ້າຜູ້ອອກແຮງງານລາວເຮົາ ຢູ່ມາເລເຊຍ (ຜ່ານທາງໂທລະສັບ) ເພື່ອແຈ້ງໃຫ້ເຂົາເຈົ້າຊາບ ເຖິງສະພາບຄວາມຫຍຸ້ງຍາກຕົວຈິງ ທີ່ພົວພັນກັບການປະຕິບັດມາດຕະການປ້ອງກັນການລະບາດເຊື້ອພະຍາດໂຄວິດ-19 ທີ່ດຳເນີນການພາຍໃນປະເທດ ແລະ ໄດ້ແນະນຳເຂົາເຈົ້າໃຫ້ແຈ້ງຂໍ້ມູນອັນຖືກຕ້ອງຈາກສະຖານທູດ ແກ່ທຸກຄົນໄດ້ຮັບຊາບ ແລະ ເຂົ້າໃຈ ແລະ ໃຫ້ປະສານໂດຍກົງຫາສະຖານທູດ ຖ້າຫາກວ່າມີບັນຫາໃດບໍ່ເຂົ້າໃຈ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...