spot_img
Homeຂ່າວຕ່າງປະເທດທຸລະກິດເຊົ່າແຟນ ເຖິງຈະກໍາລັງມາແຮງ ແຕ່ກໍອາດຈະເກີດອາດຊະຍາກໍາໄດ້

ທຸລະກິດເຊົ່າແຟນ ເຖິງຈະກໍາລັງມາແຮງ ແຕ່ກໍອາດຈະເກີດອາດຊະຍາກໍາໄດ້

Published on

ການບໍລິການເຊົ່າແຟນກໍາລັງເປັນກະແສທີ່ໄດ້ຮັບຄວາມນິຍົມຫຼາຍໃນກຸ່ມໄວໜຸ່ມໃນປະເທດຈີນ ໂດຍມີການໃຫ້ບໍລິການເຊົ່າແຟນອອນລາຍ ເຊິ່ງບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການຂອງຄົນໂສດເທົ່ານັ້ນ ແຕ່ຍັງເປັນທີ່ຕ້ອງການໃຫ້ກັບຄົນອື່ນໆທີ່ຕ້ອງການແກ້ບັນຫາເລື່ອງຄອບຄົວ. ຖ້າເຮົາເບິ່ງແບບຜ່ານໆແລ້ວທຸລະກິດນີ້ຄົງຈະບໍ່ມີຜົນກະທົບຫຍັງຫຼາຍເທົ່າທີ່ຄວນ ແຕ່ທາງດ້ານຜູ້ຊ່ຽວຊານຂອງຈີນໄດອອກມາເຕືອນວ່າ ທຸລະກິດດັ່ງກ່າວສາມາດທີ່ເຮັດໃຫ້ເກີດອາດຊະຍາກໍາໄດ້.

ທຸລະກິດເຊົ່າແຟນໃນປະເທດຈີນສາມາດຊອກຫາໄດ້ທົ່ວໄປເຊັ່ນ: ໃນແອັບພິເຄຊັ່ນ Taobao ເຊິ່ງລູກຄ້າສາມາດເຊົ່າແຟນໄດ້ໃນລາຄາ 20 ຢວນ ຫຼື ປະມານ 25,000 ກີບຕໍ່ເຄິ່ງຊົ່ວໂມງ ທາງລູກຄ້າສາມາດເລືອກຄົນທີ່ມັກໄດ້ຕາມໃຈ ແລະ ຍັງສາມາເລືອກສະເປັກທີ່ຕົນເອງມັກໄດ້ອີກດ້ວຍ.

ທາງດ້ານອາຈານວິທະຍາໄລກົດໝາຍໃນນະຄອນຊຽງໄຮ້ໄດ້ໃຫ້ຄໍາແນະນໍາແກ່ຄົນຮຸ່ນໃໝ່ວ່າຄວນມີສະຕິ ແລະ ຫຼີກລ້ຽງເພື່ອບໍ່ໃຫ້ຕົນເອງເຂົ້າໄປຢູ່ໃນສະຖານະການທີ່ສ່ຽງອັນຕະລາຍ ແລະ ທັງນີ້ບັນດາສື່ອອນລາຍທີ່ເປັນສື່ກາງໃນການເຊົ່າແຟນອອນລາຍກໍຄວນມີການກວດກາຢ່າງເຂັ້ມງວດເຊັ່ນກັນ. 

ໂດຍການບໍລິການເຊົ່າແຟນ ຫຼື ເຊົ່າໝູ່ແບບລາຍມື້ນັ້ນຈະເປັນຄືກັບສັນຍາຈ້າງທີ່ໄດ້ຮັບຂໍ້ຕົກລົງຂອງທັງສອງຝ່າຍ ໂດຍການເຊົ່າແຟນຈະຕ້ອງເຮັດໜ້າທີ່ເຊັ່ນ: ພາໄປຊື້ເຄື່ອງ ຫຼື ລົມເປັນໝູ່ເພື່ອຜ່ອນຄາຍ ເຊິ່ງອາດຈະເຮັດໃຫ້ໄປສູ່ການກະທໍາທີ່ຜິດກົດໝາຍ ແລະ ເກີດອາດຊະຍາກໍາໄດ້.

ແຫຼ່ງຂ່າວ: Khaosod

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...