spot_img
Homeວົງການສື່ມວນຊົນທີວີລາວ ຈະປັບປຸງຄຸນນະພາບລາຍການ ໃຫ້ດີຂຶ້ນກວ່າເກ່ົາ

ທີວີລາວ ຈະປັບປຸງຄຸນນະພາບລາຍການ ໃຫ້ດີຂຶ້ນກວ່າເກ່ົາ

Published on

 

ພາຍຫລັງໄດ້ຮັບອະນຸຍາດຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສະຖານີໂທລະພາບທີວີລາວ

ໄດ້ສ້າງຕັ້ງຂຶ້ນໃນປີ 2012, ຊຶ່ງ ໄດ້ເລີ່ມທົດລອງອອກອາກາດ ໃນວັນທີ 6 ກຸມພາ 2013 ແລະ ໄດ້ອອກອາກາດຢ່າງ

ເປັນປົກກະຕິໃນເດືອນມີນາ 2013 ຈົນມາຮອດປັດຈຸບັນ, ໂທລະພາບທີວີລາວ ເປັນອີກໜຶ່ງສະຖານີທີ່ສາມາດຕອບ

ສະໜອງຂໍ້ມູນຂ່າວສານໃຫ້ກັບສັງຄົມໄດ້ເປັນຢ່າງດີ. ນອກນີ້, ການອອກອາກາດຂອງທີວີລາວ ແມ່ນຜ່ານເຄື່ອງ

ສົ່ງລະບົບດາວທຽມໄທຄົມ 5 ສາມາດຄວບຄຸມສັນຍານທົ່ວປະເທດ ແລະ ຫລາຍກວ່າ 26 ປະເທດໃນໂລກ. ພ້ອມ

ນັ້ນ ຍັງໄດ້ອອກອາກາດຜ່ານລະບົບດີຈີຕອນທີວີ (ກັບຮັບສັນຍານ ຫລື ແບບບໍ່ມີສາຍ) ຂອງບໍລິສັດລາວດີຈີຕອນ

ທີວີ ແລະ ລະບົບເຄເບີ້ນທີວີ (ສາຍກາບ), ໂດຍກວມປະມານ 80% ຂອງເນື້ອທີ່ຜູ້ຮັບຊົມໂທລະພາບລາວ.

 

ທ່ານ ດຣ. ຫົງຄຳ ສຸວັນນະວົງ ອຳນວຍການສະຖານີໂທລະພາບທີວີລາວ ໃຫ້ສຳພາດວ່າ: ໃນໄລຍະທຳອິດ, ໂທລະພາບ

ທີວີລາວ ຖືກສ້າງຕັ້ງຂຶ້ນ ໃນຕົ້ນປີ 2011 ຊຶ່ງເລີ່ມຈາກການຊື້ເວລາອອກອາກາດຈາກໂທລະພາບຊາດຊ່ອງ 3, ເປັນ

ເວລາ 2 ຊົ່ວໂມງຕໍ່ມື້ທຳອິດແມ່ນມີ 7 ລາຍການ ທີ່ອອກອາກາດເຊິ່ງລວມມີ ລາຍການທ່ອງທ່ຽວ, ອາຫານ, ກິລາ,

ລົດຍົນ, ໄອທີ ແລະ ອື່ນໆ ຕະຫລອດໄລຍະຜ່ານມາ ທີວີລາວໄດ້ເຮັດໜ້າທີ່ ແລະ ພາລະບົດບາດຕາມແນວທາງນະໂຍ

ບາຍຂອງພັກ ແລະ ລັດວາງອອກໄດ້ເປັນຢ່າງດີ ໂດຍສະເພາະການນຳເອົາຂໍ້ມູນຂ່າວສານ, ສາລະໜ້າຮູ້, ຄວາມບັນ

ເທີງທີ່ມີປະໂຫຍດລົງສູ່ປະຊາຊົນໄດ້ຢ່າງກວ້າງຂວາງ ໂດຍສະແດງອອກໃຫ້ເຫັນຢູ່ບ່ອນວ່າ: ມີການຖ່າຍທອດສົດກິ

ລາຊີເກມຢູ່ປະເທດມຽນມາ, ແຂ່ງຂັນກິລານັກ ຮຽນມັດທະຍົມຄັ້ງທີ 5 ຢູ່ແຂວງຈຳປາສັກ ແລະ ເມື່ອບໍ່ດົນມານີ້ກໍໄດ້

ຮັບລິຂະສິດຈາກຟີຟາ ເພື່ອຖ່າຍທອດສົດກິລາບານເຕະໂລກ 2014 ເຊຶ່ງເປັນຄັ້ງທຳອິດ ທີ່ປະເທດລາວໄດ້ຮັບຊົມ

ການຖ່າຍທອດສົດທັງໝົດ 64 ນັດ ແລະ ລາຍການຕ່າງໆທີ່ໜ້າສົນໃຈ ເພື່ອອອກອາກາດໃຫ້ຜູ້ຊົມໄດ້ຮັບຮູ້ຂໍ້ມູນ

ຂ່າວສານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ວຽກດີຄົນເດັ່ນ ແລະ ອື່ນໆ.

 

ປັດຈຸບັນມີລາຍການທີ່ອອກອາກາດທາງໂທລະພາບທີວີລາວ ຫລາຍກວ່າ 30 ລາຍການ, ໃນນັ້ນເປັນລາຍການຜະລິດ

ເອງກວມ 90%. ສຳລັບທີວີລາວ ແມ່ນຈະເນັ້ນໃສ່ລາຍການກິລາກາຍະກຳກວມເອົາ 40% ຂອງລາຍການທັງໝົດເພື່ອ

ໃຫ້ຜູ້ຊົມໄດ້ມີທາງເລືອກສາມາດຮັບຊົມໄດ້ຫລາຍຮູບແບບ ແລະ ແຕກຕ່າງຈາກສະຖານີອື່ນ ແລະ ໃນຕໍ່ໜ້ານີ້ສະຖາ

ນີໂທລະພາບທີວີລາວ ມີແຜນຈະພັດທະນາບຸກຄະລາກອນ ຕ້ອງໃຫ້ມີການຍົກລະດັບຄວາມຮູ້, ຄວາມສາມາດໄປຄຽງ

ຄູ່ໄປກັບການນຳໃຊ້ເຕັກໂນໂລຢີທີ່ທັນສະໄໝ, ສ້າງລາຍການທີ່ດີ ແລະ ມີຄຸນນະພາບມາໃຫ້ຜູ້ຊົມໄດ້ຮັບຮູ້ຂໍ້ມູນຂ່າວ

ສານຢ່າງວ່ອງໄວທັນການ ເພື່ອໃຫ້ຄຸນນະພາບລາຍການທຽບເທົ່າສາກົນເທື່ອລະກ້າວ.

 

ແຫຼ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...