spot_img
Homeຂ່າວພາຍ​ໃນທີມ​ນັກ­ກີ­ລາ​ລາວ ຍາດ​ໄດ້ 30 ຫຼຽນ ໃນ​ ອາ​ຊຽນ ​ເກມ​ ຫາດ​ຊາຍ

ທີມ​ນັກ­ກີ­ລາ​ລາວ ຍາດ​ໄດ້ 30 ຫຼຽນ ໃນ​ ອາ​ຊຽນ ​ເກມ​ ຫາດ​ຊາຍ

Published on

ປິດສາກລົງເປັນທີ່ຮຽບຮ້ອຍແລ້ວ ສຳ­ລັບງານມະຫະກຳກີ­ລາ ອາຊຽນ ເກມ ຫາດຊາຍ ຄັ້ງທີ 5 ໃນວັນທີ 3 ຕຸ­ລາ 2016 ທີ່ແຂວງດານັງ ສສ ຫວຽດ­ນາມ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຫງວຽນ ງ໊ອກ ທຽນ ລັດ­ຖະ­ມົນ­ຕີກະ­ຊວງວັດ­ທະ­ນະ­ທຳ ກີ­ລາ ແລະ ທ່ອງທ່ຽວ ສສ ຫວຽດ­ນາມ ພ້ອມດ້ວຍຄະ­ນະຜູ້ແທນລະ­ດັບສູງຈາກສະ­ພາໂອແລມປິກແຫ່ງອາ­ຊີ (ໂອຊີເອ) ມີຄະ­ນະນຳ ຄູເຝິກ ແລະ ນັກກີ­ລາທີ່ມາຈາກ 43 ປະ­ເທດ.

ສຳ­ລັບງານກີ­ລາ ອາຊຽນ ເກມ ຫາດຊາຍ ແມ່ນດຳ­ເນີນການແຂ່ງ­ຂັນລະ­ຫວ່າງວັນທີ 24 ກັນ­ຍາ ຫາ 3 ຕຸ­ລາ 2016 ກໍ່ປິດລົງດ້ວຍຜົນ­ສຳ­ເລັດອັນຈົບ­ງາມ ເຊິ່ງມີການຊີງໄຊກັນທັງໝົດ 22 ປະ­ເພດກີ­ລາ ຈາກ 43 ປະ­ເທດເຂົ້າຮ່ວມ ໃນນີ້ ສະ­ເພາະ ສປປ ລາວ ສົ່ງຄະ­ນະນຳ ຄູເຝິກ ແລະ ນັກ­ກີ­ລາເຂົ້າຮ່ວມທັງໝົດ 125 ຊີ­ວິດ ໃນ 8 ປະ­ເພດຄື: ເປຕັງ ກະ­ຕໍ້ ໂວວີນາມ ຫວໍໂກຈຽນ ປັນຈັກສີລັດ ມວຍປ້ຳ ບານ­ບ້ວງ ແລະ ບານ­ເຕະຫາດຊາຍ ຜ່ານການແຂ່ງ­ຂັນເປັນເວ­ລາ 10 ວັນ ຜົນປາ­ກົດວ່າ ເຈົ້າ­ພາບຫວຽດ­ນາມ ປະ­ກາດສັກ­ດາຄອງເຈົ້າຫຼຽນຄຳ ຫຼັງຄວ້າມາໄດ້ 52 ຫຼຽນຄຳ 44 ຫຼຽນເງິນ ແລະ 43 ຫຼຽນທອງ ອັນດັບ 2 ໄທ ຍາດໄດ້ 36 ຫຼຽນຄຳ 24 ຫຼຽນເງິນ ແລະ 30 ຫຼຽນທອງ ແລະ ອັນດັບ 3 ສປ ຈີນ ຍາດໄດ້ 12 ຫຼຽນຄຳ 18 ຫຼຽນເງິນ ແລະ 19 ຫຼຽນທອງ ຂະ­ນະທີ່ທີມນັກ­ກີ­ລາລາວເຮົາ ໄດ້ທັງໝົດ 3 ຫຼຽນຄຳ 3 ຫຼຽນເງິນ ແລະ 34 ຫຼຽນທອງ ຢູ່ອັນດັບ 14 ຂອງຕາ­ຕະ­ລາງ.

ຂອບໃຈຂໍ້ມູນຈາກ : http://www.vientianemai.net/

span style=”color: #ff0000;”>ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...