spot_img
Homeຂ່າວທ້ອງຖິ່ນທີມແພດຮຽກຮ້ອງໃຫ້ຢຸດ! ການຕັ້ງວົງຊຸມແຊວຄືການກະຈາຍເຊື້ອໂຄວິດ-19

ທີມແພດຮຽກຮ້ອງໃຫ້ຢຸດ! ການຕັ້ງວົງຊຸມແຊວຄືການກະຈາຍເຊື້ອໂຄວິດ-19

Published on

ເນື່ອງຈາກການລະບາດຂອງໂຄວິດ-19 ໃນ ສ ປປ ລາວ ຍັງຢູ່ໃນສະພາບການທີ່ໜ້າເປັນຫ່ວງ ແລະ ບໍ່ສາມາດຄວບຄຸມການລະບາດໄດ້ ຕາມການລາຍງານເມື່ອວັນທີ 16 ພຶຶດສະພາ 2021 ຕົວເລກຜູ້ຕິດເຊື້ອສະສົມ 1591 ຄົນ, ກຳລັງປິ່ນປົວ 1051ຄົນ, ປິ່ນປົວຫາຍດີ 574 ຄົນ ແລະ ເສຍຊີວິດ 2 ຄົນ. ເຊິ່ງການລະບາດໃນລາວຈະແບ່ງອອກເປັນ 2 ຮູບແບບຄື: ການລະບາດທີ່ເກີດຈາກແຮງງານກັບເຂົ້າປະເທດ, ການລະບາດໃນຊຸມຊົນ.

ທ່າມກາງການຕໍ່ສູ້ຂອງບຸກຄະລາກອນແພດທີ່ປະຕິບັດໜ້າທີ່ຢ່າງຫ້າວຫັນ, ເສຍສະຫຼະ, ອິດເມື່ອຍ ແລະ ມີຄວາມສູງໃນການຕິດເຊື້ອພະດັ່ງກ່າວ. ຍັງພົບເຫັນບາງກຸ່ມຄົນຍັງຖືເບົາຕໍ່ການປະຕິບັດມາດຕະການຄວບຄຸມ, ປ້ອງກັນການລະບາດຂອງໂຄວິດ-19 ທີ່ພາກລັດໄດ້ວາງອອກ. ໂດຍບາງກຸ່ມຄົນຍັງບໍ່ໃສ່ຜ້າປິດປາກໃນເວລາອອກເຮືອນ ແລະ ຍັງພົບເຫັນການຕັ້ງວົງຊຸມແຊວໂດຍບໍ່ມີການປ້ອງກັນ ເຊິ່ງພຶດຕິເຫຼົ່ານີ້ລ້ວນເຮັດໃຫ້ເກີດຄວາມສ່ຽງຂອງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ຫາຍະນະທີ່ຈະເກີດຂຶ້ນກັບປະເທດຊາດ.

ໃນລະຫວ່າງການຖະແຫຼງການລາຍງານຂອງຄະນະສະເພາະກິດ ທ່ານ ນາງ ດຣ. ພົບເທບ ພູນິນ ຮອງຫົວໜ້າປິ່ນປົວສູນຟື້ນຟູໜ້າທີ່ການ ໄດ້ກ່າວກ່ຽວກັບການປັບມາດຕະການໃນການປິ່ນປົວ ແລະ ໄດ້ຂໍໃຫ້ອຳນາດການປົກຄອງບ້ານຊ່ວຍຕັກເຕືອນກຸ່ມຕັ້ງວົງຊຸມແຊວ ແລະ ຝາກຄຳຖາມເຖິງກຸ່ມຄົນທີ່ຍັງຕັ້ງວົງຊຸມແຊວ ທ່ານຍັງເປັນຄົນລາວຢູ່​ ຫຼື​ ບໍ່? ແລະ ຮຽກຮ້ອງໃຫ້ຄົນລາວຊ່ວຍກັນປະຕິບັດຕາມມາດຕະການຄວບຄຸມ, ປ້ອງກັນການລະບາດຢ່າງເຄັ່ງຄັດ.

ຮຽບຮຽງຂ່າວ: ພຸດສະດີ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...