spot_img
Homeຂ່າວຕ່າງປະເທດທີມວິໄຈແຈ້ງໄວຣັດໂຄໂຣນາ 1 ໃນ 2 ຊະນິດໄດ້ກາຍພັນແລ້ວ

ທີມວິໄຈແຈ້ງໄວຣັດໂຄໂຣນາ 1 ໃນ 2 ຊະນິດໄດ້ກາຍພັນແລ້ວ

Published on

ແຫຼ່ງຂ່າວຕ່າງປະເທດລາຍງານວ່າ ທີມນັກວິທະຍາສາດຈາກມະຫາວິທະຍາໄລປັກກິ່ງ ລວມເຖິງສະຖາບັນວິທະຍາສາດໃນຊຽງໄຮ້ ເປີດເຜີຍລາຍງານການສຶກສາຫຼ້າສຸດໃນ Chinese Academy of Sciences ເມື່ອວັນອັງຄານທີ່ຜ່ານມາວ່າ ພົບໂຄໂຣນາສາຍພັນໃໝ່ທີ່ລະບາດໃນເມືອງ ອູຮັ່ນ ເຊິ່ງແຍກອອກເປັນ 2 ຊະນິດຄື: ຊະນິດທຳອິດເປັນໄວຣັສທີ່ສົ່ງຜົນຮຸນແຮງຕໍ່ຜູ້ຕິດເຊື້ອ ເຊິ່ງພົບການຕິດເຊື້ອເຖິງ 70% ໃນເມືອງ ອູຮັ່ນ ແລະ ອີກຊະນິດໜຶ່ງຈະເປັນອັນຕະລາຍກັບຜູ້ຕິດເຊື້ອໜ້ອຍກວ່າ ເຊິ່ງພົບການຕິດເຊື້ອປະມານ 30% ໃນກຸ່ມທີ່ເຮັດການສຶກສາ.

ທີມນັກວິໄຈຍັງພົບວ່າການລະບາດຂອງໂຄໂຣນາ ຫຼື ໂຄວິດ-19 ໜ້າຈະມາຈາກໂຄໂຣນາທີ່ກາຍພັນ ເຊິ່ງທີມວິໄຈເຊື່ອວ່າ 1 ໃນ 2 ຊະນິດທີ່ກວດພົບນັ້ນກາຍພັນໄປແລ້ວ ໂດຍຂໍ້ມູນຫຼ້າສຸດມີຕົວເລກຜູ້ຕິດເຊື້ອກວ່າ 93,000 ຄົນ ແລະ ມີຜູ້ເສຍຊີວິດເກືອບ 3,300 ຄົນ ໃນພື້ນທີ່ກວ່າ 70 ປະເທດທົ່ວໂລກ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...